ມື້ນີ້ ທົ່ວປະເທດມີຜູ້ເສຍຊີວິດຈາກໂຄວິດ-19 ຈຳນວນ 2 ຄົນ

    ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 25 ມັງກອນ 2022 ທີ່ກະຊວງສາທາລະນະສຸກ. ໃນວັນທີ 24 ມັງກອນ 2022 ວ່າ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 3.897 ຕົວຢ່າງ ໃນນັ້ນ ກວດພົບເຊື້ອທັງໝົດ 560 ຄົນ ເຊິ່ງຕິດເຊື້ອພາຍໃນ 556 ຄົນ ແລະ ນໍາເຂົ້າ 4 ຄົນ 

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 556 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:

  1. ນະຄອນຫຼວງວຽງຈັນ 126 ຄົນ 
  2. ແຂວງຊຽງຂວາງ 65 ຄົນ 
  3. ບໍລິຄຳໄຊ 60 ຄົນ 
  4. ຫົວພັນ 41 ຄົນ 
  5. ວຽງຈັນ 40 ຄົນ 
  6. ຜົ້ງສາລີ 36 ຄົນ 
  7. ບໍ່ແກ້ວ 31 ຄົນ 
  8. ຄຳມ່ວນ 27 ຄົນ 
  9. ໄຊສົມບູນ 24 ຄົນ 
  10. ສາລະວັນ 22 ຄົນ 
  11. ໄຊຍະບູລີ 21 ຄົນ 
  12. ອັດຕະປື 17 ຄົນ 
  13. ອຸດົມໄຊ 16 ຄົນ 
  14. ເຊກອງ 11 ຄົນ 
  15. ຫຼວງພະບາງ 10 ຄົນ 
  16. ຈຳປາສັກ 7 ຄົນ 
  17. ສະຫວັນນະເຂດ 1 ຄົນ 
  18. ແຂວງຫຼວງນ້ຳທາ 1 ຄົນ 

    ສໍາລັບ ການຕິດເຊື້ອນໍາເຂົ້າ 4 ຄົນ ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ. ປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນສປປ ລາວ ທັງໝົດ 130.853 ກໍລະນີ ອອກໂຮງໝໍໃນວັນທີ 24 ມັງກອນ 2022 ຈຳນວນ 485 ຄົນ ກຳລັງປິ່ນປົວ 7.591 ຄົນ ແລະ ເສຍຊີວິດສະສົມທັງໝົດ 529 ຄົນ (ເສຍຊີວິດໃໝ່ 2 ຄົນ) ສຳລັບ ຜູ້ເສຍຊີວິດໃໝ່ 2 ຄົນ ຈາກແຂວງອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. 

    ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນຈາກພະຍາດໂຄວິດ-19 ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 354.372.928 ຄົນ (ໃໝ່ 1.844.076 ຄົນ) ເສຍຊິວິດທັງໝົດ 5.621.345 ຄົນ (ໃໝ່ 5.421 ຄົນ) ແລະ ປີ່ນປົວຫາຍດີ 281.544.477 ຄົນ (ໃໝ່ 1.723.165 ຄົນ).

# ຂ່າວ & ພາບ : ຊິລິການດາ

error: Content is protected !!