ແຂວງໄຊສົມບູນ ຈັດພິທີປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ

    ພິທີປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວແຂວງໄຊສົມບູນ ຈັດຂຶ້ນວັນທີ 24 ມັງກອນ 2022 ທີ່ສະໂມສອນເມືອງອະນຸວົງ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍບັນດາການນໍາແຂວງຫົວໜ້າກົມ-ຮອງກົມ ຈາກກະຊວງ ສສກ ການນຳທັງ 5 ເມືອງ ພະແນກການອ້ອມຂ້າງພະນັກງານຄູອາຈານ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງໄຊສົມບູນ  ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ເຊິ່ງເບື້ອງຕົ້ນ ໄດ້ເກັບກຳປະຊາກອນກຸ່ມເປົ້າໝາຍໃນເກນອາຍຸ 15-35 ປີ ທີ່ບໍ່ທັນຈົບຊັ້ນມັດທະຍົມສຶກສາຕອນຕົ້ນຢູ່ແຕ່ລະເມືອງ ແລະ ໄດ້ເລີ່ມຈັດຕັ້ງການຮຽນການສອນ ບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນບຳລຸງ ແລະ ເຝິກອົບຮົມວິຊາຊີບຂັ້ນພື້ນຖານ ເປັນຕົ້ນແມ່ນປຸງແຕ່ງອາຫານ ເສີມສວຍ ແລະ ເພາະພັນສັດ ໃຫ້ກຸ່ມເປົ້າໝາຍບາງເມືອງທີ່ມີເງື່ອນໄຂ ຊຶ່ງເຮັດໃຫ້ບັນດາເມືອງໄດ້ມີຜົນສຳເລັດ ໃນນີ້ ເມືອງລ້ອງແຈ້ງມີກຸ່ມເປົ້າໝາຍເຂົ້າຮຽນທັງໝົດ 371 ຄົນ ສອບເສັງຜ່ານ 340 ຄົນ ເທົ່າກັບ 91,64% ໄດ້ປະກາດຈົບຊັ້ນມັດທະຍົົມສຶກສາຕອນຕົ້ນບຳລຸງ ທົ່ວເມືອງ ໃນວັນທີ 4 ມັງກອນ 2019 ເປັນເມືອງອັນດັບທີ 1 ຂອງແຂວງ ເມືອງລ້ອງຊານ ມີກຸ່ມເປົ້າໝາຍເຂົ້າຮຽນທັງໝົດ 786 ຄົນ ສອບເສັງຜ່ານ 721 ຄົນ ເທົ່າກັບ 91,73% ໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ ໃນວັນທີ 7 ມິຖຸນາ 2019 ເປັນເມືອງອັນດັບທີ 2 ເມືອງອະນຸວົງ ມີກຸ່ມເປົ້າໝາຍເຂົ້າຮຽນ ທັງໝົດ 533 ຄົນ ສອບເສັງຜ່ານ 522 ຄົນ ເທົ່າກັບ 97,93% ໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ ໃນວັນທີ 16 ຕຸລາ 2019 ເປັນເມືອງອັນດັບທີ 3 ເມືອງຮົ່ມ ມີກຸ່ມເປົ້າໝາຍເຂົ້າຮຽນທັງໝົດ 414 ຄົນ ສອບເສັງຜ່ານ 395 ຄົນ ເທົ່າກັບ 95,41% ໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງ ໃນວັນທີ 18 ຕຸລາ 2019 ແລະ ເມືອງທ່າໂທມໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ ໃນວັນທີ 14 ມັງກອນ 2014 ໃນເວລາທີ່ຂຶ້ນກັບແຂວງຊຽງຂວາງ ແລະ ພາຍຫຼັງສ້າງຕັ້ງແຂວງໄຊສົມບູນ ພະແນກສຶກສາທິການ ແລະ ກີລາແຂວງ ໄດ້ເກັບກຳຂໍ້ມູນຄືນ ຄອບຄົວທີ່ມີຜູ້ເຂົ້າຮຽນທັງໝົດ 454 ຄົນ ສອບເສັງຜ່ານ 454 ຄົນ ເທົ່າກັບ 100%.

    ໂອກາດນີ້ ໄດ້ມີພິທີມອບໃບຢັ້ງຢືນຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວແຂວງໄຊສົມບູນ ພ້ອມທັງມີພິທີປະດັບຫຼຽນໄຊແຮງງານ ຫຼຽນກາແຮງງານ ໃບຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນໃນການຈັດ ຕັ້ງປະຕິບັດການຮຽນ-ການສອນ ຕື່ມອີກ.

. # ຂ່າວ – ພາບ :  ບຸນມີ

error: Content is protected !!