ນຳໃຊ້ເຕັກໂນໂລຊີການສາກລົດໄຟຟ້າຈາກຫົວເຫວີຍ ໃນພາກພື້ນອາຊີປາຊີຟິກ

    ສະຖານີສາກໄຟ EV ທີ່ນຳໃຊ້ເຕັກໂນໂລຊີ ຫົວເຫວີຍ ດີຈີຕອນພາວເວີ ສາກໄຟຄວາມແຮງສູງ ຈະເປີດນໍາໃຊ້ໃນໄວໆນີ້ ຢູ່ແຂວງລະຢອງ ປະເທດໄທ ໂມດູນການສາກ DC Hi Charger 20kW ຂອງຫົວເຫວີຍ ໄດ້ຮັບການຄັດເລືອກໂດຍ Polytech ເນື່ອງຈາກມີປະສິດທິຜົນ ແລະ ຄວາມໜ້າເຊື່ອຖືສູງ ເຊິ່ງສະໜອງການສາກໄຟທີ່ສະຖຽນ ແລະ ວ່ອງໄວສໍາລັບລົດໂດຍສານ EV ໃນທ້ອງຖິ່ນ.

    ເດືອນມີນາ 2021 ລັດຖະບານໄທ ໄດ້ຜ່ານນະໂຍບາຍ EV ສະບັບໃໝ່ຂອງປະເທດ ເຊິ່ງມີເປົ້າ ໝາຍເພື່ອສ້າງຄວາມໝັ້ນໃຈວ່າພາຍໃນປີ 2035 ລົດທັງໝົດທີ່ຜະລິດຢູ່ປະເທດໄທຈະເປັນລົດ EVs ນີ້ບໍ່ພຽງແຕ່ເປັນຂີດໝາຍການເພີ່ມທະວີຄວາມຄິດດ້ານສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງສ້າງຄວາມໝັ້ນໃຈໃຫ້ຕະ ຫຼາດ EV ອີກດ້ວຍ ເຕັກໂນໂລຊີສະຖານີສາກ EV ແລະ EVs ນີ້ ຄາດວ່າຈະເປັນແນວໂນ້ມຕໍ່ໄປທີ່ຈະທົດແທນລົດ ICE ແລະ ຊ່ວຍໃຫ້ລະດັບການປ່ອຍອາຍພິດ CO2 ແລະ PM.2.5 ຕ່ໍາລົງ ໃນເວລາດຽວກັນ ເຕັກໂນໂລຊີການສາກ EV ຍັງຈະສາມາດຮອງຮັບໄດ້ຫຼາຍກວ່າລົດນໍ້າມັນ ແຕ່ຍັງເປັນຈຸດປ່ຽນລະ ຫວ່າງຕາຂ່າຍໄຟຟ້າ ແລະ IOV ໃນໂຄງສ້າງພື້ນຖານຂອງການສາກໄຟ ດ້ວຍການຊ່ວຍເຫຼືອນີ້ “ພາຫະ ນະຫາຕາຂ່າຍໄຟຟ້າ ແລະ ພາຫະນະບ້ານ” ຈະສາມາດເກີດຂຶ້ນໄດ້ໃນອະນາຄົດ.

    ເຕັກໂນໂລຊີສາກໄຟ EV ໄດ້ຖືກເວົ້າເຖິງເລື້ອຍໆ ແຕ່ບໍ່ຄ່ອຍໄດ້ຮັບການປະຕິບັດການໃຊ້ງານ  ໂດຍສະເພາະໃນອາຊີຕາເວັນອອກສ່ຽງໃຕ້ ສິ່ງທ້າທາຍຕົ້ນຕໍແມ່ນການລົງທຶນສະຖານີສາກໄຟ EV ທັງ 2 ແຫ່ງ ຈະນໍາໄປສູ່ການໃຊ້ຈ່າຍຢ່າງຫຼວງຫຼາຍໃນ CAPEX ເຊິ່ງສ້າງຄວາມກົດດັນຕໍ່ບັນດາຝ່າຍທີ່ຕ້ອງ ການລົງທຶນ ເພື່ອປົກປ້ອງການລົງທຶນເບື້ອງຕົ້ນຂອງນັກລົງທຶນ ພື້ນຖານໂຄງລ່າງດ້ານການສາກໄຟຈໍາເປັນຕ້ອງມີຂໍ້ດີຂອງຄວາມໜ້າເຊື່ອຖື ແລະ ປະສິດທິຜົນສູງ ລວມເຖິງວິວັດທະນາການໃນອະນາຄົດ ໃນຂະນະທີ່ທ່າອ່ຽງເຕັກໂນໂລຊີ EV ຈະເຂົ້າມາໃນປະເທດໄທ ໂປຣແກຣມ ແລະ ແຄມເປນຕ່າງໆ ໄດ້ເປີດຕົວຈາກພວກສ່ວນຕ່າງໆ ເພື່ອຊ່ວຍສະໜັບສະໜູນໂຄງການ EV ນັບມື້ຫຼາຍຂຶ້ນ.  

  ເນື່ອງຈາກ ຫົວເຫວີຍ ເປັນບໍລິສັດທີ່ມີຄວາມໜ້າເຊື່ອຖື ແລະ ມີປະສິດທິຜົນສູງ Polytech ຈຶ່ງ ເລືອກຫົວເຫວີຍ ໃຫ້ເປັນຜູ້ສະໜອງດ້ວຍລະດັບແຮງດັນໄຟຟ້າທີ່ກວ້າງ ແລະ ມີຄວາມສະຖຽນສູງ ພ້ອມກັບເຕັກໂນໂລຊີ Smart O&M ອັດຕາການລົ້ມເຫຼວປະຈໍາປີຂອງໂມດູນການສາກໄຟ ແມ່ນໜ້ອຍກວ່າ 0,2% ເຊິ່ງມີປະສິດທິຜົນສູງກວ່າບ່ອນອື່ນ 1-2% ຫຼຸດຜ່ອນຄ່າໃຊ້ຈ່າຍໃນ O&M ແລະ ຄ່າໄຟຟ້າ ໂມດູນສາກໄຟ DC Hi Charger 20kW ຂອງຫົວເຫວີຍ ຍັງມີການສາກຢ່າງວ່ອງໄວດ້ວຍແຮງດັນສູງ ເຊິ່ງຊ່ວຍໃຫ້ສະຖານີສາກໄຟສາມາດສາກໄດ້ເຖິງ 1000Vdc ນອກນີ້ຍັງສາມາດປັບຕົວເຂົ້າກັບລົດໄຟຟ້າແຮງດັນສູງໃນອະນາຄົດ ເພື່ອໃຫ້ລູກຄ້າບໍ່ຈໍາເປັນຕ້ອງຕິດຕັ້ງເພີ່ມເຕີມ ແລະ ປະຢັດການລົງທຶນຂອງລູກຄ້າ ຄຸນສົມບັດທັງໝົດນີ້ເຮັດໃຫ້ສະຖານີສາກໄຟ ສາມາດສະໜອງກະແສໄຟຟ້າໄດ້ໄວ ແລະ ໝັ້ນຄົງໃຫ້ກັບລົດ EV ການຮ່ວມມືນີ້ຖືເປັນຂີດໝາຍສຳຄັນສຳລັບທຸລະກິດການສາກໄຟຂອງຫົວເຫວີຍ ໃນອາຊີປາຊີ ຟິກ Polytech ຈະສືບຕໍ່ຮ່ວມມືກັບຫົວເຫວີຍ ເພື່ອສົ່ງເສີມການພັດທະນາອຸດສາຫະກໍາພື້ນຖານໂຄງລ່າງດ້ານການສາກໄຟໃນປະເທດໄທ ພ້ອມນີ້ຫົວເຫວີຍກໍຈະຮັກສາການບໍລິການທີ່ດີທີ່ສຸດ ໂດຍຜ່ານເຕັກໂນໂລຊີຫຼ້າສຸດ ເພື່ອຊ່ວຍໃຫ້ລູກຄ້າປະກອບສ່ວນທັງໃນມູນຄ່າທາງການຄ້າ ແລະ ການພັດທະນາແບບຍືນຍົງ.

error: Content is protected !!