ຕະຫຼອດໄລຍະ 20 ປີ ທຸລະກິດລາວເດີນອາກາດມີການເຕີບໂຕຢ່າງຕໍ່ເນື່ອງ

    ບໍລິສັດ ລັດວິສາຫະກິດລາວເດີນອາກາດ ສືບຕໍ່ມາຈາກບໍລິສັດອາກາດລາວ ເຊິ່ງແມ່ນກະຊວງປ້ອງກັນປະເທດເປັນຜູ້ສ້າງຕັ້ງຂຶ້ນໃນປີ 1993 ເພື່ອດໍາເນີນກິດຈະການຂົນສົ່ງທາງອາກາດດ້ວຍຍົນອານ-2 ທີ່ຜະລິດຈາກອະດີດສະຫະພາບໂຊວຽດມາບິນຮັບໃຊ້ ເປັນຖ້ຽວບິນໂດຍສານ ແລະ ຖ້ຽວບິນເໝົາຮັບໃຊ້ພາຍໃນປະເທດ ພາຍຫຼັງການເຄື່ອນໄຫວທຸລະກິດມາຮອດປີ 1996 ບໍລິສັດໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ ຈຳນວນເຮືອບິນຫຼຸດລົງ ໃນທີ່ສຸດ ບໍລິສັດ ອາກາດລາວ ກໍໄດ້ຢຸດຕິການເຄື່ອນໄຫວຂອງຕົນຊົ່ວຄາວໂດຍບໍ່ເປັນທາງການ ເພື່ອລໍຖ້າໂອກາດຂອງການລົງທຶນອີກຄັ້ງໃໝ່ ເພື່ອໃຫ້ດໍາເນີນທຸລະກິດໄດ້ ກະຊວງປ້ອງກັນປະເທດຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະອໍານວຍການ 3 ສະຫາຍ ສະບັບເລກທີ 6158/ກປທ ອອກຂໍ້ຕົກລົງສ້າງຕັ້ງລັດວິສາຫະກິດລາວເດີນອາກາດ ສະບັບເລກທີ 6157/ກປທ ອອກຂໍ້ຕົກລົງວ່າດ້ວຍການມອບຍົນມີ-17 ຈໍານວນ 2 ລໍາ ໃຫ້ບໍລິສັດ ສະບັບເລກທີ 074/ກປທ ແລະ ເພື່ອໃຫ້ການສ້າງຕັ້ງລັດວິສາຫະກິດສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 03/94/ສພ ກະຊວງປ້ອງກັນປະເທດຈຶ່ງໄດ້ສະເໜີຫາກະຊວງການເງິນ ຮັບຮອງເອົາການສ້າງຕັ້ງລັດວິສາຫະກິດ ລາວເດີນອາກາດ ຜ່ານການພິຈາລະນາເຫັນດີ ກະຊວງການເງິນຈຶ່ງອອກຂໍ້ຕົກລົງສ້າງຕັ້ງລັດວິສາຫະກິດ ລາວເດີນອາກາດ ສະບັບເລກທີ 0147/ກງ ຈາກນັ້ນ ກະຊວງການຄ້າໄດ້ອອກໃບທະບຽນວິສາຫະກິດໃຫ້ ສະບັບເລກທີ 0023/ກພ.ທວ ໄດ້ຮັບໃບທະບຽນອາກອນຊັ້ນ 1 ຈາກກົມສ່ວຍສາອາກອນກະຊວງການເງິນ ສະບັບເລກທີ 022/ກສອ ຮັບໃບອະນຸຍາດລົງທຶນພາຍໃນ ສະບັບເລກທີ 02-02/ຄລຮ ສະນັ້ນບໍລິສັດຖືເອົາວັນທີ 24 ມັງກອນ 2002 ທີ່ກະຊວງການເງິນຮັບຮອງ ເປັນມື້ສ້າງຕັ້ງ ລັດວິສາຫະກິດ ລາວເດີນອາກາດເປັນທາງການ ໝາຍວ່ານັບແຕ່ວັນທີ 24 ມັງກອນ 2002 -24 ມັງກອນ 2022 ມີອາຍຸຄົບຮອບ 20 ປີພໍດີ.

    ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດລັດວິສາຫະກິດ ລາວເດີນອາກາດ ຄົບຮອບ 20 ປີ (24/1/2002-24/1/2022) ຈັດຂຶ້ນວັນທີ 24 ມັງກອນ 2022 ທີ່ສະໂມສອນລາວສະກາຍເວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ປະທານສະພາບໍລິຫານບໍລິສັດ ລັດວິສາຫະກິດລາວເດີນອາກາດ ຕະຫຼອດຮອດພະນັກງານພາຍໃນບໍລິສັດລັດວິສາຫະກິດ ແລະ ແຂກຖືກເຊີນ.

    ໃນພິທີ ທ່ານ ສີວຽງທອງ ກອນນີວົງ ຜູ້ອໍານວຍການໃຫຍ່ບໍລິສັດລັດວິສາຫະກິດ ລາວເດີນອາກາດ ກ່າວໃຫ້ຮູ້ວ່າ: ຕະຫຼອດໄລຍະ 20 ປີ ໃນການສ້າງສາພັດທະນາບໍລິສັດ ລັດວິສາຫະກິດ ລາວເດີນອາກາດ (Lao Skyway) ທຸລະກິດມີການເຕີບໂຕຢ່າງຕໍ່ເນື່ອງ ມີປະສິດທິພາບ ການປະຕິບັດພັນທະຕໍ່ລັດ ແລະ ຄູ່ສັນຍາໄດ້ຄົບຖ້ວນ ປີ 2002 ມື້ສ້າງຕັ້ງບໍລິສັດມີທຶນຈົດທະບຽນ 17 ຕື້ກີບ ປັດຈຸບັນມີທຶນຈົດທະບຽນ 615.847.100.000 ກີບ ພະນັກງານ-ວິຊາການໄດ້ຮັບການເຝິກອົບຮົມທາງດ້ານຄວາມຮູ້ ຄວາມສາມາດ ແລະ ຄຸນສົມບັດສິນທໍາປະຕິວັດ ກຽມພ້ອມເຮັດຫຼ້ອນທຸກໜ້າທີ່ການຈັດຕັ້ງຂັ້ນເທິງ ແລະ ບໍລິສັດມອບໝາຍ ບໍລິສັດໃຫ້ບໍລິການຖ້ຽວບິນເຊົ່າເໝົາລໍາ ແລະ ສາຍການບິນໃນຊຸມປີຜ່ານມາ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຂະແໜງການບິນພົນລະເຮືອນໃນການຫັນເອົາຄົມມະນາຄົມເປັນປາຍແຫຼມໄດ້ຢ່າງຕັ້ງໜ້າ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ ໂດຍສອດຄ່ອງຕາມແນວທາງການເມືອງຂອງພັກ ແລະ ລັດຖະບານວາງອອກປະກົດຜົນເປັນຈິງໄດ້ປະຈັກຕາເປັນກ້າວໆມາ ຈາກຜົນງານທີ່ຍາດມາໄດ້ນັບແຕ່ 2002 ມາຮອດປັດຈຸບັນບໍລິສັດໄດ້ຮັບການຍ້ອງຍໍລະດັບຕ່າງໆຈາກພັກ ແລະ ລັດຖະບານ ສປປ ລາວຄື: ຫຼຽນໄຊອິດສະຫຼະຊັ້ນ III 2 ໜ່ວຍ ຫຼຽນໄຊແຮງງານຊັ້ນ I 1 ໜ່ວຍ ຫຼຽນໄຊແຮງງານຊັ້ນ II 3 ໜ່ວຍ ຫຼຽນໄຊພິລະອາດຫານຊັ້ນ I 1 ໜ່ວຍ ຊັ້ນ II 1 ໜ່ວຍ ຊັ້ນ III 1 ໜ່ວຍ ຫຼຽນກາລະນຶກ 50 ປີ ກອງພັນທີ 2 ຜ່າວົງປິດລ້ອມ 1 ໜ່ວຍ ໂຫຼລາງວັນນັກທຸລະກິດດີເດັ່ນ 2 ໜ່ວຍ ແລະ ໃບຍ້ອງຍໍ ແລະ ໃບກຽດຕິຄຸນ 155 ໃບ.

    ໃນອະນາຄົດ ບໍລິສັດຈະສືບຕໍ່ປະຕິບັດວິໄສທັດພັດທະນາການຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຍືນຍົງ ເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ. ນອກຈາກທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍແຂກທີ່ເຂົ້າຮ່ວມໃນພິທີດັ່ງກ່າວ ກໍໄດ້ໃຫ້ກຽດເປີດຫ້ອງມູນເຊື້ອຂອງບໍລິສັດລັດວິສາຫະກິດລາວເດີນອາກາດ ພ້ອມນັ້ນ ຍັງໄດ້ຢ້ຽມຊົມຫ້ອງມູນເຊື້ອ ແລະ ພື້ນຖານເຕັກນິກຂອງບໍລິສັດຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!