ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມກອງພັນໃຫຍ່ 497

    ວັນທີ 22 ມັງກອນ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມກອງພັນໃຫຍ່ 497 ທີ່ແຂວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 73 ປີ ໂດຍການຕ້ອນຮັບຂອງທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ຄະນະນໍາກະຊວງປ້ອງກັນປະເທດ ຄະນະພັກ-ຄະນະບັນຊາ ນາຍ-ພົນທະຫານ ກອງພັນໃຫຍ່ 497 ພະນັກງານປະຕິວັດອາວຸໂສ ເຂົ້າຮ່ວມ.

    ທ່ານ ພັນເອກ ຄໍາສຸກ ໄຊມວນສິນ ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 497 ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດ ແລະ ທີ່ຕັ້ງ ພາລະບົດບາດ ໜ້າທີການເມືອງ ແລະ ການເຄື່ອນໄຫວປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາ ວ່າ: ກອງພັນໃຫຍ່ຕີພິເສດ 497 ແມ່ນເຫຼົ່າຮົບຕີພິເສດ ການຈັດຕັ້ງປະກອບແບບກະທັດຮັດ ເບົາບາງ ແຕກຕ່າງກັບເຫຼົ່າຮົບອື່ນ ວິທີຕີ ແມ່ນເອົາໜ້ອຍຕີຫຼາຍ ເອົາຄຸນນະພາບຊະນະປະລິມານ ຕີຖຶກເປົ້າໝາຍຈຸດໜັກ ຕີໄວ ດັບສູນກ້ຽງ ປະສານສົມທົບແໜ້ນກັບການປະຕິບັດຫຼັກການ: ຕີນຮອດ ມືເຖິງ ຫູຟັງ ດັງດົມກິ່ນ ຕາເຫັນ ມືສໍາຜັດກັບຕົວຈິງ ກອງພັນໃຫຍ່ 497 ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງປ້ອງກັນປະເທດ ລົງກໍ່ສ້າງຮາກຖານການເມືອງປະຊາຊົນ ປະຕິບັດ 3 ສ້າງ 4 ເນື້ອໃນ 4 ຄາດໝາຍ ກຽມພ້ອມສູ້ຮົບ ເຄື່ອນໄຫວສູ້ຮົບ ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ການເມືອງໃຫ້ສະພາບມີຄວາມສະຫງົບ.

    ໃນໂອກາດລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ນໍາເຄື່ອງວັດຖຸສິ່ງຂອງມອບໃຫ້ກອງຮ້ອຍ 497 ເຊັ່ນ: ເງິນ 50 ລ້ານກີບ ເຈວລ້າງມື 30 ແກັດ ມູນຄ່າ 16.800.000 ກີບ ຜ້າອັດປາກ-ດັງ 5 ແກັດ ມູນຄ່າ 5 ລ້ານກີບ.

        # ຂ່າວ & ພາບ : ວຽງມາ

error: Content is protected !!