ສ້າງຄວາມເຂັ້ມແຂງວຽກງານຂະແໜງພາຍໃນໃຫ້ພະນັກງານ

    ກະຊວງພາຍໃນ ຈັດເຝິກອົບຮົມວຽກງານຂະແໜງການພາຍໃນ ຊຸດທີ I ລະຫວ່າງວັນທີ 24-28 ມັງກອນ 2022 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາຫົວໜ້າ ຮອງຫົວໜ້າຫ້ອງການ ກົມ ສະຖາບັນ ສູນ ຫົວໜ້າ ຮອງຫົວໜ້າພະແນກພາຍໃນ ນັກສໍາມະນາກອນທີ່ມາຈາກພະແນກພາຍໃນທົ່ວປະເທດເຂົ້າຮ່ວມ.

     ທ່ານ ທອງຈັນ ມະນີໄຊ ກ່າວວ່າ  ວຽກງານຂະແໜງການພາຍໃນ  ເປັນວຽກງານໜຶ່ງທີ່ມີຄວາມໝາຍ ສໍາຄັນ ພາຍຫຼັງມີດໍາລັດວ່າດ້ວຍການເຝິກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ກະຊວງພາຍໃນກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ເຊິ່ງໄດ້ດໍາເນີນການພັດທະນາພະນັກງານ-ລັດຖະກອນຂອງຕົນຢ່າງເປັນປົກກະຕິ ເປັນຕົ້ນ ສົ່ງໄປຍົກລະດັບ ເຝິກອົບຮົມ ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນ ຮຽນຮູ້ຈາກວຽກຕົວຈິງ ໄດ້ສ້າງແຜນຍຸດທະສາດ ການພັດທະນາພະນັກງານ-ລັດຖະກອນກະຊວງພາຍໃນໄລຍະ 5 ປີ (2021-2025) ໄດ້ຮັບຮອງ  ແລະ ປະກາດໃຊ້ຢ່າງເປັນທາງການ  ເຖິງຢ່າງໃດກໍຕາມ ການເຝິກອົບຮົມວຽກງານຂະແໜງການພາຍໃນຄັ້ງນີ້ ເປັນຄັ້ງທໍາອິດ ຖ້າຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານເຫັນວ່າຍັງມີຂໍ້ຈໍາກັດ ສະນັ້ນ ໃນຕໍ່ໜ້າ ຈະໄດ້ສູ້ຊົນບຸກບືນ ແລະ ພ້ອມກັນປັບປຸງແກ້ໄຂ.

    ຄຽງຄູ່ກັບການສິດສອນ ຍັງຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ສົນທະນາ ປະກອບຄໍາຄິດຄໍາເຫັນຕໍ່ການເຝິກອົບຮົມຄັ້ງນີ້ ພ້ອມທັງຂໍ້ສະເໜີ ແລະ ບັນຫາທີ່ພົບຄວາມຫຍຸ້ງຍາກຕ່າງໆໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນໃຫ້ແກ່ການປັບປຸງແກ້ໄຂໃນຕໍ່ໜ້າ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ນອກຈາກນີ້ ຈະໄດ້ຮັບຟັງການນໍາສະເໜີເນື້ອໃນ 9 ວຽກຂອງຂະແໜງການພາຍໃນເຊັ່ນ: ວຽກງານບໍລິຫານລັດ ວຽກງານປົກຄອງທ້ອງຖິ່ນ ວຽກງານຄຸ້ມຄອງພົນລະເມືອງ ວຽກງານຄຸ້ມຄອງລັດຖະກອນ ວຽກງານປະເມີນຜົນ ແລະ ພັດທະນາ ວຽກງານແຜນທີ່ ວຽກງານເອກະສານທາງລັດຖະການ ວຽກງານຊົນເຜົ່າ ແລະ ສາສະໜາ ແລະ ວຽກງານແຂ່ງຂັນ ແລະ ຍ້ອງຍໍ ສະນັ້ນ ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມຈົ່ງຍົກສູງຄວາມຮັບຜິດຊອບ ເປັນເຈົ້າການໃນການຄົ້ນຄວ້າ ແລກປ່ຽນຄໍາຄິດ ຄໍາເຫັນດ້ວຍເຫດ ແລະ ຜົນ ສາມາດນໍາເອົາຄວາມຮູ້ໃນຄັ້ງນີ້ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງຕົນ ແລະ ຮັບປະກັນເຮັດໃຫ້ການເຝິກອົບຮົມວຽກງານຂະແໜງການພາຍໃນມີຜົນສໍາເລັດຢ່າງສະຫງ່າງາມ.

        # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!