ຫົງສາ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ

    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2022) ໄດ້ໝູນວຽນມາອີກວາລະໜຶ່ງ ການນຳພັກ-ລັດ ເມືອງຫົງສາ ແຂວງໄຊຍະບູລີ ນໍາໂດຍສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາຄະນະບໍລິຫານງານພັກເມືອງຫົງສາ ພ້ອມດ້ວຍຄະນະການນໍາທຸກພາກສ່ວນຂອງເມືອງ ມີກ້ອນກຳລັງນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ ກ້ອນກຳລັງຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມວາງພວງມາລາຢູ່ອານຸສາວະລີນັກຮົມນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອານຸສາວະລີຮູບປັ້ນປະທານໄກສອນ ພົມວິຫານ ຂອງວັນທີ 21 ມັງກອນ 2022 ພ້ອມຈັດປາຖະກາຖາຢູ່ທີ່ສະໂມສອນຂອງເມືອງ ປາຖະກະຖໂດຍສະຫາຍ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າ ຮອງຫົວໜ້າຫ້ອງການ ກອງກຳລັງ ປກຊ-ປກສ ແລະ ພະນັກງານລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ຄຳຫຼ້າ ຜິວວັນນາ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດຂອງກອງທັບປະຊາຊົນລາວ ຄວາມໝາຍຄວາມສຳຄັນ ຜົນງານໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ  ໃນໄລຍະຕໍ່ສູ້ກູ້ຊາດ ລວມທັງໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ພ້ອມຍົກໃຫ້ເຫັນປະຫວັດມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ

    ທັງນີ້ເພື່ອສຶກສາອົບຮົມສະມາຊິກພັກ ພະນັກງານ ໃຫ້ມີຈິດໃຈຮັກຊາດ ຮັກລະບອບໃໝ່ ຮັກລະບອບປະຊາທິປະໄຕ ມີນໍ້າໃຈປະຕິວັດ ມີຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດຂອງບັນດາຜູ້ນຳ ແລະ ນັກຮົບປະຕິວັດຮຸ່ນກ່ອນ

    ໃນ​ພິທີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ຄັ້ງ​ນີ້​ ຍັງ​ໄດ້​ຈັດ​ພິທີ​ມອບ​ໃບຍ້ອງຍໍ ແລະ ໃບຊົມເຊີຍ​ໃຫ້​ບຸກຄົນ​ ແລະ​ ຫ້ອງການ​ທີ່​ມີ​ຜົນ​ງານ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ສະໂມສອນ​ຂອງ​ກອງ​ບັນຊາການ​ທະຫານ​ເມືອງ​ຫົງ​ສາ​ ແລະ​ ມອບ​ຂອງຂວັນ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນລາວ​ ຄົບຮອບ ​73 ໃຫ້​ກອງ​ບັນຊາການ​ທະຫານ​ເມືອງ​ ກອງພັນ 410 ແລະ​ ກອງ​ຮ້ອຍ​ຊາຍແດນ​ 153 ຕື່ມ​ອີກ.

        # ຂ່າວ & ພາບ : ບຸນມີ

error: Content is protected !!