ຖວທ ສະຫຼຸບວຽກງານການຈັດຕັ້ງ 5 ປີ ຜ່ານມາ

    ກອງປະຊຸມວຽກງານຈັດຕັ້ງ 5 ປີ (2016-2020) ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຈັດຂຶ້ນ ວັນທີ 24 ມັງກອນ 2022 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ມີທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ພ້ອມຜູ້ຕາງໜ້າຈາກສະຖາບັນ ຕາງໜ້າໜ່ວຍພັກ ລັດວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອາລຸນ ບຸນມີໄຊ ໄດ້ຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກ ງານ ແລະ ປັບປຸງກົງຈັກການຈັດຕັ້ງ 5 ປີ ຜ່ານມາ (2016-2020) ແລະ ທິດທາງ 5 ປີຕໍ່ໜ້າ (2021-2025) ຄະນະບໍລິຫານງານພັກກະຊວງ ໄດ້ເປັນເຈົ້າການໃນການນຳພາປັບປຸງກົງຈັກຂອງພັກ ຄຽງຄູ່ກັບ ການປັບປຸງກົງຈັກການຈັດຕັ້ງເບື້ອງລັດ ແລະ ການປັບປຸງພາລະບົດບາດໃນທົ່ວຂະແໜງການຄືນໃໝ່ ໃຫ້ ມີຄວາມຮັດກຸມ ກະທັດຮັດ ແລະ ເຄື່ອນໄຫວມີປະສິດທິຜົນກວ່າເກົ່າ ໄດ້ມີສະຕິເຄົາລົບ ແລະ ປະຕິບັດ ຢ່າງເຂັ້ມງວດ ບັນດາຫຼັກການແຫ່ງການຈັດຕັ້ງພັກ ໂດຍສະເພາະແມ່ນຫຼັກການລວມສູນປະຊາທິປະໄຕ ຄະນະພັກໄດ້ເອົາໃຈໃສ່ປຸກລະດົມ ຊຸກຍູ້ ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ພະນັກງານ-ສະມາຊິກພັກ ໄປ ຍົກລະດັບດ້ານຕ່າງໆ ເພື່ອເປັນພື້ນຖານອັນສຳຄັນໃຫ້ແກ່ການສັບຊ້ອນ ຈັດວາງພະນັກງານໃຫ້ສົມຄູ່ກັບຄວາມສາມາດຕົວຈິງ ແລະ ຜູ້ທີ່ມີຄວາມກ້າວໜ້າ ປະຕິບັດວີໄນຕໍ່ຜູ້ກະທຳຜິດ ແລະ ເດັດດ່ຽວເອົາຜູ້ເສຍທາດອອກຈາກພັກ.

    ປັດຈຸບັນ ທົ່ວອົງຄະນະພັກກະຊວງ ຖວທ ມີ 41 ໜ່ວຍພັກ ມີ 2 ຮາກຖານພັກ ແລະ ມີ 11 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ມີສະມາຊິກພັກທັງໝົດ 854 ສະຫາຍ ຍິງ 324 ສະຫາຍ ໃນນັ້ນ ມີສະມາຊິກພັກປະຈຳການ 628 ສະຫາຍ ກວມ 38,17% ຂອງຈຳນວນລັດຖະກອນທັງໝົດທີ່ຢູ່ຂັ້ນສູນກາງ. ການຄຸ້ມຄອງພະນັກງານ-ລັດຖະກອນ ຖືເປັນວຽກງານທີ່ສຳຄັນ ໄດ້ມີການນຳໃຊ້ເຕັກໂນໂລຊີເຂົ້າ ໃນການຄຸ້ມຄອງຖານຂໍ້ມູນ ມີບັນຊີເກັບກຳ ແລະ ສັງລວມສະຖິຕິເປັນປົກກະຕິ ຈຶ່ງເຮັດໃຫ້ວຽກງານຄຸ້ມ ຄອງພະນັກງານ-ລັດຖະກອນເປັນລະບົບ ຊັດເຈນ ແລະ ວ່ອງໄວຂຶ້ນກວ່າເກົ່າ ປັດຈຸບັນ ມີພະນັກງານ-ລັດຖະກອນທັງໝົດ 1.430 ຄົນ ຍິງ 618 ຄົນ ຢູ່ຂັ້ນສູນກາງ(ບໍ່ລວມລັດຖະກອນຄູສອນທີ່ຢູ່ໃນໂຮງຮຽນ ແລະ ສະຖາບັນການສຶກສາທີ່ຂຶ້ນກັບກະຊວງ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!