ມອບ-ຮັບ ໂຄງການຕິດຕັ້ງໄຟເຍືອງທາງເມືອງປາກງື່ມ ແລະ ເມືອງສັງທອງ

    ພິທີມອບ-ຮັບໂຄງການຕິດຕັ້ງໄຟເຍືອງທາງເມືອງປາກງື່ມ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 21 ມັງກອນ 2022 ຢູ່ທີ່ພະແນກພະລັງງານ ແລະ ບໍ່ແຮ່ ນວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງຶ່່ມ ແລະ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ເສີມຄຳ ພູມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ໄດ້ຂຶ້ນລາຍງານກ່ຽວກັບຜົນສຳເລັດກ່ຽວກັບການຈັດຕັ້ງປະຕິບັດໂຄງການຕິດຕັ້ງໄຟເຍືອງທາງຢູ່ເຂດເທສະບານເມືອງປາກງື່ມ ແລະ ສັງທອງວ່າ: ໂຄງການດັ່ງກ່າວ ແມ່ນໂຄງການທີ່ສຳຄັນ ນອນຢູ່ໃນແຜນການສ້າງ ນວ ໜ້າຢູ່ ຕາມຕົວຊີ້ວັດ 6 ສ ຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການສ້າງ ນວ ສະຫວ່າງໄລຍະແຕ່ປີ 2021-2025 ດ້ວຍການນຳໃຊ້ເສົາໄຟເກົ່າທີ່ຍົກຍ້າຍອອກຈາກ 7 ເສັ້ນທາງ 142 ຊຸດ ຂອງໂຄງການແສງສະຫວ່າງໃນເຂດເທສະບານໃຈກາງຕົວເມືອງ ນວ ດ້ວຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ລວມທັງນຳໃຊ້ງົບປະມານຮ່ວງກອງທຶນພັດທະນາຊຸມຊົນຂອງຂະແໜງອຸດສາຫະກຳບໍ່ແຮ່ ນວ. ເພື່ອເຮັດໃຫ້ການຕິດຕັ້ງໄຟເຍືອງທາງເຂດສອງເມືອງດັ່ງກ່າວສຳເລັດຕາມແຜນການ ຄະນະຮັບຜິດຊອບໄດ້ມີການຄັດເລືອກບໍລິສັດທີ່ມີເງື່ອນໄຂ ເຊິ່ງຜ່ານການຄົ້ນຄວ້າປຶກສາຫາລື ສາມາດເລືອກໄດ້ບໍລິສັດໂຊກມະນີກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຈັດຕັ້ງປະຕິບັດໃນມູນຄ່າການກໍ່ສ້າງ 1,92 ຕື້ກີບ ໂດຍມີເປົ້າໝາຍຕິດຕັ້ງຢູ່ເຂດເທສະບານເມືອງສັງທອງ 4 ຈຸດ ແລະ ປາກງຶ່ມ 3 ຈຸດ ລວມທັງໝົດ 142 ຊຸດ ຄື: ເມືອງສັງທອງ ຢູ່ເຂດບ້ານປາກຕອນ 16 ຊຸດ ບ້ານເພຍລາດ-ທ່ານາຂາມ 8 ຊຸດ ຢູ່ໜ້າຫ້ອງການກຸ່ມເສດຖະກິດ 16 ຊຸດ ແລະ ຢູ່ບ້ານເພຍລາດ ຫາຂົວນໍ້າມີ້ 45 ຊຸດ ສ່ວນເມືອງປາກງຶ່ມ ຕິດຕັ້ງຢູ່ຖະໜົນ 13 ໃຕ້ ສາມແຍກຕະຫຼາດບ້ານພ້າວ 17 ຊຸດ ໜ້າປົກຄອງເມືອງບ້ານສົມປະເສີດ 20 ຊຸດ ແລະ ຢູ່ບ້ານສົມປະເສີດ 20 ຊຸດ ເຊິ່ງທັງໝົດແມ່ນນຳໃຊ້ໄຟທີ່ໃຫ້ແສງສະຫວ່າງສູງ ແຕ່ປະຢັດພະລັງງານ ໂດຍມີລະບົບຄວບຄຸມແບບໂອໂຕມະຕິກ.

    ໂຄງການຕິດຕັ້ງໄຟເຍືອງທາງຄັ້ງນີ້ ສຳເລັດໃນທ້າຍເດືອນພະຈິກ 2021 ຕາມແຜນການທີ່ວາງໄວ້ ເຊິ່ງສາມາດສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນທັງ 2 ເມືອງ ໂດຍສະເພາະ ແມ່ນການໃຫ້ແສງສະຫວ່າງເຍືອງທາງ ເພື່ອຄວາມສະດວກ ປອດໄພໃນການໄປ-ມາ ເປັນຕົ້ນ ໃນຍາມຄ່ຳຄືນ ແລະ ທັງເປັນການປະດັບເອ້ເສັ້ນທາງໃນເທສະບານຂອງ 2 ເມືອງໃຫ້ມີຄວາມສວຍງາມ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!