ການລະບາດພະຍາດໂຄວິດ-19 ມີທ່າອ່ຽງຫຼຸດລົງ ພ້ອມມີຜູ້ເສຍຊີວິດໃໝ່ 1 ຄົນ

   ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 24 ມັງກອນ 2022 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 23 ມັງກອນຜ່ານມາ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.336 ຕົວຢ່າງ ໃນຂອບເຂດທົ່ວປະເທດ ກວດພົບເຊື້ອ 340 ຄົນ ໃນນັ້ນ ແຂວງບໍລິຄຳໄຊ 74 ຄົນ ນະຄອນຫຼວງ 68 ຄົນ ຊຽງຂວາງ 28 ຄົນ ວຽງຈັນ 24 ຄົນ ອັດຕະປື 20 ຄົນ ຫົວພັນ 17 ຄົນ  ຄຳມ່ວນ 15 ຄົນ ຜົ້ງສາລີ 14 ຄົນ ໄຊຍະບູລີ 13 ຄົນ ເຊກອງ 10 ຄົນ ສາລະວັນ 9 ຄົນ ໄຊສົມບູນ 9 ຄົນ ຈໍາປາສັກ 8 ຄົນ ສະຫວັນນະເຂດ 6 ຄົນ ອຸດົມໄຊ 6 ຄົນ ບໍ່ແກ້ວ 5 ຄົນ ຫຼວງພະບາງ 3 ຄົນ ແລະ ແຂວງຫຼວງນ້ຳທາ 2 ຄົນ ສໍາລັບການຕິດເຊື້ອນໍາເຂົ້າມີ 9 ຄົນທັງໝົດ ແມ່ນຈາກ ນະຄອນຫຼວງວຽງຈັນ  ເຊິ່ງໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນ ຈະກວດພົບເຊື້ອ.

    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 130,293 ກໍລະນີ ອອກໂຮງໝໍວານນີ້ 446 ຄົນ ແລະ ເສຍຊີວິດສະສົມທັງໝົດ 527 ຄົນ (ເສຍຊີວິດໃໝ່ 1 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງວຽງຈັນ.

   ປະເທດເຮົາເປັນອີກວັນໜຶ່ງທີ່ການລະບາດມີທ່າອ່ຽງຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງ ທັງໝົດນີ້ກໍຍ້ອນມີການຮ່ວມມື ຮ່ວມແຮງ ຮ່ວມໃຈ ຢ່າງຫ້າວຫັນຂອງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ມີການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ມີຄວາມເປັນເອກະພາບສູງ ແລະ ມາດຕະການຢ່າງເຂັ້ມງວດແຕ່ຫົວທີຂອງລັດຖະບານ ຈຶ່ງເຮັດໃຫ້ປະເທດເຮົາສາມາດຈຳກັດການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ.

   ດັ່ງນັ້ນ ເພື່ອເຮັດໃຫ້ຕົວເລກຜູ້ຕິດເຊື້ອໃນປະເທດເຮົາຫຼຸດລົງຢ່າງຕໍ່ເນື່ອງ ມາດຕະການທີ່ພວກເຮົາທຸກຄົນ ຄວນເອົາໃຈໃສ່ ກໍຍັງແມ່ນການໄປສັກວັກຊີນຄົບທຸກເຂັມທີ່ແນະນຳ ຫຼຶ ສັກເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນ ການໃສ່ຜ້າປິດປາກ-ດັງ ໝັ່ນລ້າງມືເລື້ອຍໆ ການຮັກສາໄລຍະຫ່າງ ຫຼີກລjຽງການໄປສະຖານທີ່ແອອັດ ຫຼື ເຂົ້າຮ່ວມກິດຈະກຳທີ່ມີຄົນຈຳນວນຫຼາຍ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມສືບຕໍ່ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຜ່ານຜ່າ ວິກິດການລະບາດຂອງພະຍາດໂຄວິດ-19 ໄປດ້ວຍດີ.

          # ຂ່າວ & ພາບ : ລັດເວລາ

error: Content is protected !!