ຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫ່ຍ 3 ຂັ້ນ

    ຄະນະບໍລິຫານງານຊາວໝຸ່ມເມືອງໃໝ່ ແຂວງຜົ້ງສາລີ ລົງເຄື່ອນໄຫວຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງຊາວໜຸ່ມ ແລະ ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລີຫານງານຊາວໜຸ່ມເມືອງ ສະໄໝທີ XII ພ້ອມທັງຊຸກຍູ້ວຽກງານຮອບດ້ານຢູ່ຊັ້ນຮາກຖານ ໃນວັນທີ 19 ມັງກອນ 2022 ທີ່ໂຮງຮຽນມັດທະຍົມສຶກ ສາສົມບູນ ປາກແພ ເມືອງດັ່ງກ່າວ ໂດຍມີທ່ານນາງ ຄຳປ້ອມ ອິນທະນາ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງໃໝ່ ທ່ານ ນ້ອຍ ແສງແກ້ວ ເລຂາພັກກຸ່ມບ້ານປາກແພ ທ່ານ ອຸ່ນແສງ ສຸລິເປີງ ຜູ້ອຳນວຍ ການໂຮງຮຽນ ມສ ປາກແພ ພ້ອມດ້ວຍຄະນະບໍລິຫານງານຊາວໝຸ່ມເມືອງ ໂຮງຮຽນ ຊ່ວໜຸ່ມຄູ-ອາຈານ ແລະ ຊາວໜຸ່ມນັກຮຽນ ເຂົ້່່າຮ່ວມ.

    ທ່ານ ໄລ ແກ້ວອຸ່ນເຮືອງ ຄະນະບໍລິຫານງານຊາວໝຸ່ມເມືອງໃໝ່  ໄດ້ຂື້ນຜ່ານຂໍ້ຕົກຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫ່ຍ ຂອງອົງການຈັດຕັ້ງມະຫານຊົນຂັ້ນເມືອງ ແລະ ລົງຊຸກຍູ້ວຽກງານຮອບດ້ານຢູ່ຂັ້ນຮາກຖານບ້ານ.

    ໂອກາດນີ້ທ່ານ ນາງ ຄໍາປ້ອມ ອິນທະນາ ໄດ້ຂື້ນຜ່ານບົດຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫ່ຍຄັ້ງ IX ຂອງຄະນະບໍລິຫານງານຊາວໝຸ່ມແຂວງ ແລະ ກອງປະຊຸມໃຫ່ຍຄັ້ງ VIII ຂອງຄະນະບໍລິຫານງານສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ພ້ອມທັງຜ່ານກົດລະບຽບໃໝ່ບາງໝວດບາງມາດຕາ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການສ້າງກອງທຶນພັດທະນາຊາວໜຸ່ມຢູ່ຂັ້ນເມືອງ ແຈ້ງການຊາວໜຸ່ມຂັ້ນແຂວງເລກທີ 38 ລົງວັນທີ 30 ສີງຫາ 2021 ແລະ ຜ່ານຂໍ້ຕົກລົງພາລະບົດບາດຊາວໜຸ່ມຂັ້ນບ້ານ ພ້ອມໃຫ້ກຽດມອບໃບຍ້ອງຍໍຜູ້ມີຜົນງານການປະກອບສ່ວນພັກທະນາວຍກງານຊາວໝຸ່ມໃນໄລຍະຜ່ານມາ ແລະ ມອບອຸປະກອນກີລາໃຫ້ແກ່ຊາວໜຸ່ມນັກຮຽນຈຳນວນໜຶ່ງ.

. # ຂ່າວ – ພາບ :  ບຸນມີ

error: Content is protected !!