ການນຳພະແນກ ຍທຂ ແລະ ການນຳເມືອງສີໂຄດຕະບອງ ອວຍພອນກອງຮ້ອຍ 242 (ດອນຊີ້ງຊູ້)

    ເນື່ຶອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 73 ປີ (20/01/1949-20/01/2022) ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກນະຄອນຫຼວງວຽຈັນ (ນວ) ເລຂາຄະນະພັກຮາກຖານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ພ້ອມດ້ວຍຄະນະ ໄດ້ສົມທົບກັບອົງການປົກຄອງເມືອງສີໂຄດຕະບອງ ໂດຍທ່ານ ທະວີໂຊ ເໝົາສົມພູ ເຈົ້າເມືອງສີໂຄດຕະບອງ ພ້ອມດ້ວຍຄະນະ ໄດ້ພ້ອມກັນໄປມອບຂອງຂວັນອວຍພອນ ແລະ ຢ້ຽມຢາມຖາມຂ່າວທະຫານຢູ່ກອງຮ້ອຍ 242 ໝວດ 2 ຢູ່ທີ່ປະຈຳຢູ່ດອນຊີ້ງຊູ້ ໂດຍມີທ່ານ ພັນຕີ ສອນວິໄລ ວິໄຊສອນ ຫົວໜ້າການເມືອງ ກອງຮ້ອຍ 242 ພ້ອມດ້ວຍນາຍ ແລະ ພັນທະຫານ ໃຫ້ການຕ້ອນຮັບ.

    ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈຈໍານວນໜຶ່ງ ໄປມອບເປັນຂອງຂວັນ ເພື່ອສ້າງຂວັນກຳລັງໃຈໃຫ້ແກ່ອ້າຍນ້ອງນາຍ ແລະ ພັນທະຫານທີ່ປະຕິບັດໜ້າທີ່ຢູ່ຕາມຊາຍ ແດນ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ.

    ນອກຈາກການລົງພົບປະຢ້ຽມຢາມ ພ້ອມມອບກະຕ່າດອກໄມ້ ເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ແກ່ ອ້າຍນ້ອງນາຍ ແລະ ພົນທະຫານແລ້ວ ທາງຄະນະຍັງໄດ້ລົງຢ້ຽມຊົມສະຖານທີ່ການປະຕິນັດໜ້າທີ່ຂອງ ອ້າຍນ້ອງທະຫານຊາຍແດນ ແລະ ຢ້ຽມຊົມການເພີ່ມພູນຜະລິດຜົນສວນຄົວຂອງອ້າຍນ້ອງທະຫານນຳອີກ.

. # ຂ່າວ – ພາບ :  ບຸນມີ

error: Content is protected !!