ຮອງ ລມຕ ການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ-ແຂວງຄໍາມ່ວນ

ວັນທີ 18-19 ມັງກອນ 2022  ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແະ ເຮັດວຽກຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ເພື່ອເປັນການສືບຕໍ່ສົ່ງເສີມ ແລະຮັດແໜ້ນການພົວພັນຮ່ວມມື ແລະ ສ້າງບັນຍາກາດອັນດີກັບອຳນາດການປົກຄອງຂັ້ນທ້ອງຖິ່ນ ພ້ອມດຽວກັນນັ້ນ ກໍເປັນກິດຈະກໍາໜຶ່ງທີ່ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ (1951-2021) ທີ່ໄດ້ຖືກເລື່ອນໃນປີ 2021 ຍ້ອນສະພາບການແຜ່ລະບາດຂອງພະຍາດ ໂຄວິ-19.

  ວັນທີ 18 ມັງກອນ 2022 ທີ່ ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ໄດ້ແຈ້ງຈຸດປະສົງຂອງການຢ້ຽມຢາມ ແລະ ໄດ້ລາຍງານໂດຍຫຍໍ້ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມື ລາວ-ຫວຽດນາມ ແລະ ລາວ-ໄທ ໃນຄັ້ງນີ້ ພ້ອມກັນນັ້ນ ທ່ານເຈົ້າແຂວງໄດ້ແຈ້ງສະພາບທົ່ວໄປຂອງແຂວງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ ເຊິ່ງໄດ້ວາງ 6 ເປົ້າໝາຍ 21 ແຜນວຽກຈຸດສຸມ ແລະ ມີ 137 ໂຄງການ ບັນຫາຈຸດສຸມທີ່ແຂວງພວມເອົາໃຈໃສ່ປັບປຸງແກ້ໄຂ  ແລະ ວາງວິໄສທັດຮອດ ປີ 2030 ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕີ ໄດ້ພົບປະໂອ້ລົມກັບພະນັກງານຂອງພະແນກການຕ່າງປະເທດແຂວງບໍລິຄຳໄຊ ຈາກນັ້ນ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ຍັງໄດ້ເຄື່ອນໄຫວເຮັດວຽກຢູ່ຈຸດກໍ່ສ້າງໂຄງການຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ເພື່ອກວດກາຄວາມຄືບໜ້າຂອງການກໍ່ສ້າງ ແລະ ແຜນການກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບແຫ່ງດັ່ງກ່າວ ເຊິ່ງເຫັນວ່າມີຄວາມຄືບໜ້າເປັນກ້າວໆ. 

ວັນທີ 19 ມັງກອນ 2022  ທີ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໃນໂອກາດນີ້ ທ່ານຮອງລັດຖະມົນຕີກໍໄດ້ແຈ້ງຈຸດປະສົງ ແລະ ລາຍງານໂດຍຫຍໍ້ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງ    ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມື ລາວ-ຫວຽດນາມ ແລະ ລາວ-ໄທ ໃນຄັ້ງນີ້ ພ້ອມກັນນັ້ນ ທ່ານເຈົ້າແຂວງ ກໍໄດ້ແແຈ້ງໃຫ້ຊາບກ່ຽວກັບວຽກງານຈຸດສຸມ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ, ການທ່ອງ ທ່ຽວ ແລະ ການຜະລິດອຸດສາຫະກຳສົ່ງອອກ ຊຶ່ງເຫັນວ່າສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍທີ່ກໍານົດໄວ້. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມພະນັກງານພາຍໃນພະແນກການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກອຳນາດການປົກຄອງເມືອງທີ່ກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ ນອກນີ້ ກໍ່ຍັງໄດ້ມອບອຸປະກອນການແພດຈໍານວນ ໜຶ່ງ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ຫ້ອງວ່າການປົກຄອງແຂວງ ແລະ ພະແນກການຕ່າງປະເທດແຂວງຄໍາມ່ວນ. ຫຼັງຈາກນັ້ນ ຄະນະກໍ່ໄດ້ເຄື່ອນໄຫວຢ້ຽມຢາມສູນພັດທະນາກະສິກໍາແບບຍືນຍົງ ທີ່ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄໍາມ່ວນຕື່ມອີກ

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທັງສອງແຂວງດັ່ງກ່າວໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າການສ້າງສາຍພົວພັນອັນດີ ລະຫວ່າງ ກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບການເຄື່ອນ ໄຫວການຕ່າງ ປະເທດ ທັງເປັນການເຄື່ອນໄຫວທີ່ຕິດພັນກັບການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ປະກອບສ່ວນເຂົ້າໃນການຊ່ວຍສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືອັນດີງາມ ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ບູ ຮານນະການ ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ນັບມື້ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນອະນາຄົດ.

error: Content is protected !!