ເປີດການໃຫ້ວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ 3 ເປົ້າໝາຍ

    ພິທີເປີດການໃຫ້ວັກຊີນກັນພະຍາດໂຄວິດ-19 ເຂັມກະຕຸ້ນແກ່ເປົ້າໝາຍຜູ້ສູງອາຍຸ ປະຊາຊົນຜູ້ມີພະ ຍາດຊໍາເຮື້ອ ແລະ ປະຊາກອນກຸ່ມອາຍຸ 12-17 ປີ ຈັດຂື້ນວັນທີ 21 ມັງກອນ 2022 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປີເຕີ ເຮມອນ ເອກອັກຄະລັກສະທູດອາເມຣິກາ ປະຈໍາ ສປປ ລາວ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັກຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມຜູ້ຕາງໜ້າອົງການອະນາໄມໂລກ ອົງການອຸຍນີເຊັບ ອົງການ USAID ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ວຽກງານການກັນພະຍາດໂຄວິດ-19 ໃນ ສປປ ລາວ ໄດ້ບັນລຸຄາດໝາຍທີ່ໄດ້ວາງໄວ້ ຄື: ໃນປີ 2021 ຕ້ອງບັນລຸເຂັມ 2 ໃຫ້ໄດ້ 50% ຂອງປະຊາກອນທົ່ວປະເທດ ແລະ ພວກເຮົາກໍສາມາດບັນລຸໄດ້ແລ້ວ ທັງນີ້ກໍດ້ວຍຄວາມຮ່ວມແຮງຮ່ວມໃຈຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ບັນດາຂະແໜງການຕ່າງໆທັງພາກລັດ ແລະ ເອກະຊົນ ທີ່ສຸມໃສ່ຊ່ວຍຂະແໜງສາທາລະນະສຸກພວກເຮົາ ລວມທັງການສະໜັບສະໜູນຈາກບັນດາອົງການຄູ່ຮ່ວມພັດທະນາທັງໃນປະເທດ ແລະ ນອກປະເທດ.

    ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຍັງມີທ່າອ່ຽງແກ່ຍາວ ແລະ ຍັງບໍ່ສາມາດຄາດຄະເນໄດ້ວ່າຈະຢຸດຕິລົງໄດ້ຍາມໃດ ດັ່ງນັ້ນ ໃນປີ 2022 ນີ້ ພວກເຮົາທຸກຄົນ ທຸກພາກສ່ວນ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດການໃຫ້ວັກຊິນແກ່ປະຊາຊົນທຸກຄົນທີ່ຍັງບໍ່ທັນໄດ້ຮັບວັກຊີນຄົບໂດສ ທັງປະຊາຊົນລາວ ແລະ ຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໄສຢູ່ໃນ  ສປປ ລາວ  ທຸກຄົນ ເພື່ອສະກັດກັ້ນການລະບາດໃຫ້ໄດ້ໄວເທົ່າໃດຍິ່ງດີ  ຄາດໝາຍສໍາລັບປີ 2022 ນີ້ ລັດຖະບານໄດ້ວາງໄວ້ໃຫ້ບັນລຸ 70% ຂອງປະຊາກອນທັງໝົດ ໝາຍວ່າທັງເຂັມ 1 ເຂັມ 2 ແລະ ເຂັມກະຕຸ້ນ ການທີ່ຈະສາມາດບັນລຸໄດ້ແມ່ນຕ້ອງໄດ້ມີຄວາມຮ່ວມມືກັນທັງ 2 ຝ່າຍຄື:ຜູ້ໃຫ້ບໍລິການ ຫຼື ທີມແພດໝໍ ແລະ ປະຊາຊົນ.

    ໂອກາດນີ້ ທ່ານ ໄພວັນ ແກ້ວປະເສີດ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄູ່ຮ່ວມພັດທະນາ ແລະ ປະເທດເພື່ອນມິດຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການນຳເອົາວັກຊີນມາຊ່ວຍແກ່ ສປປ ລາວ ແລະ ຂໍເຊີນຊວນພໍ່ແມ່ພີ່ນ້ອງໃນ 3 ເປົ້າໝາຍຕົ້ນຕໍຄື: ຜູ້ສູງອາຍຸ ປະຊາຊົນຜູ້ມີພະຍາດຊໍາເຮື້ອ ແລະ ປະຊາກອນກຸ່ມອາຍຸ 12-17 ປີ ໃຫ້ໄປຮັບວັກຊີນກັນພະຍາດໂຄວິດ-19 ນຳໂຮງໝໍແຫ່ງຕ່າງໆໃກ້ບ້ານທ່ານ ທັງຜູ້ທີ່ບໍ່ທັນສັກເຂັມທີ 1 ຫຼືສືບຕໍ່ສັກເຂັມທີ 2 ແລະ ເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົວທ່ານເອງ ສະມາຊິກໃນຄອບຄົວຂອງທ່ານ ແລະ ໃນຊຸມຊົນຂອງທ່ານ.

. # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!