ເປີດນຳໃຊ້ຫ້ອງການ ປກສ ກຸ່ມບ້ານຊາຍແດນ ລາວ-ຫວຽດນາມ

    ພິທີມອບ-ຮັບ ແລະ ເປີດນໍາໃຊ້ຫ້ອງການ ປກສ ກຸ່ມບ້ານຊາຍແດນ ລາວ-ຫວຽດນາມ ຢູ່ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ຈັດຂຶ້ນວັນທີ 17 ມັງກອນຜ່ານມາ ໂດຍມີທ່ານ ພັທ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ທ່ານ ພັອ ເລວັນຮ໋ວາ ຮອງຫົວໜ້າກອງບັນຊາການ ຕຳຫຼວດ ແຂວງກວາງບິ່ງ ທ່ານ ຫງວຽນ ແທັງ ຮວ່ານ ປະທານບໍລິສັດກໍ່ສ້າງ ແທ້ງຮຸ່ຍ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ຫ້ອງການ ປກສ ກຸ່ມບ້ານຊາຍແດນ ລາວ-ຫວຽດນາມ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ປະກອບມີ 9 ກຸ່ມບ້ານຄື: ກຸ່ມບ້ານຫຼັງຄັງ ກຸ່ມບ້ານໜອງບົວ ກຸ່ມບ້ານວັງມະເນີ ກຸ່ມບ້ານດຸ ກຸ່ມບ້ານທົ່ງຊຳ ກຸ່ມບ້ານໜອງມ້າ ກຸ່ມບ້ານລະງິ ກຸ່ມບ້ານທັບລາວ ແລະ ກຸ່ມບ້ານປຸເກິນ ເຊິ່ງຫ້ອງການດັ່ງກ່າວຈະເປັນສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ສອງກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ກໍຄືສອງກອງບັນຊາການ ປກສ ຄຳມ່ວນ ແລະ ກອງບັນຊາການ ປກສ ແຂວງກວາງບິ່ງ ນຳໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນ ການປ້ອງກັນ ສະກັດກັ້ນ ແລະ ຕ້ານອາຊະະຍາກຳຕາມຊາຍແດນຂອງສອງປະເທດ ທັງເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບໃຫ້ເແກ່ປະຊາຊົນຢູ່ລຽບບໍລິເວນຊາຍແດນ ເຮັດໃຫ້ຊາຍແດນແຫ່ງນີ້ກາຍເປັນຊາຍແດນແຫ່ງສັນຕິພາບ ທັງເປັນສັນຍະລັກແຫ່ງຄວາມສາມັກຄີຮັກແພງ ລະຫວ່າງປະຊາຊົນສອງປະເທດ. 

    ໂອກາດນີ້ ທ່ານ ພັທ ຄຳສິງ ນົນທະສອນ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ກໍຄືສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ ແລະ ຈະຄຸ້ມຄອງ ປົກປັກຮັກສາຫ້ອງການປ້ອງກັນຄວາມສະຫງົບບ້ານຊາຍແດນແຕ່ລະແຫ່ງໃຫ້ດີ ເພື່ອໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ.

# ຂ່າວ & ພາບ : ໄຊບັນດິດ

error: Content is protected !!