ກາແດງແຂວງບໍລິຄຳໄຊ ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ

    ໃນວັນທີ 18 ມັງກອນ 2022 ອົງການກາແດງແຂວງບໍລິຄໍາໄຊ ໄດ້ນໍາເອົາເຄື່ອງມາມອບໃຫ້ການນໍາຂອງເມືອງ ໄຊຈໍາພອນ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກ.

    ໃນວັນດຽວກັນ ຍັງໄດ້ເຄື່ອນໄຫວມອບເຄື່ອງໃຫ້ປະຊາຊົນຄອບຄົວທຸກຍາກຢູ່ ບ້ານໂພນສີ ຈຳນວນ 150 ຄົນ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ນ້ອງນັກຮຽນຈາກໂຮງຮຽນ ມັດທະຍົມສຶກສາສົມບູນ ໂພນສີ ເປັນກຽດເຂົ້າຮ່ວມມອບເຄື່ອງໂດຍ ທ່ານ ຄໍາໄຊ ຕຸນາລົມ ຮອງເຈົ້າເມືອງ ຕາງໜ້າໃຫ້ການນໍາຂອງເມືອງໄຊຈໍາພອນ ແລະ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຄະນະ ກ່າວຮັບໂດຍອຳນາດການປົກຄອງບ້ານ ຄຸ-ອາຈານ ໂດຍຊ້ອງໜ້າປະຊາຊົນພາຍໃນບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ,

    ເຄືອງທີ່ນຳມາມອບໃນຄັ້ງນີ້ປະກອບມີ  ເຄື່ອງນຸ່ງຫົ່ມ ແລະ ເກີບຜ້າ ລວມມູນຄ່າທັງໝົດ 54.840.000 ກີບ ເຄື່ອງດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຂອງອົງການກາແດງປະເທດ ສ ເກົາຫຼີ ແລະ ສະມາຄົມຝຣັ່ງຊ່ວຍເຫຼືອຜູ້ທຸກຍາກ.

error: Content is protected !!