ມອບ-ຮັບຫ້ອງການບ້ານນາຕານຫຼັງໃໝ່

    ພິທີມອບ-ຮັບຫ້ອງການບ້ານຫຼັງໃໝ່ ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 20 ມັງກອນ 2022 ທີ່ບ້ານດັ່ງກ່າວ ໂດຍການມອບຂອງທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ຕາງໜ້າໃຫ້ໂຄງການລ້ຽງກຸ້ງນໍ້າຈືດ ແລະ ກະສິກໍາແບບປະສົມປະສານຄົບວົງຈອນ ແລະ ກ່າວຮັບຂອງທ່ານ ຄໍາດີ ໄສດີ ນາຍບ້ານນາຕານ ມີທ່ານ ຄໍາພັນ ສຸລິຍານັນ ຮອງເຈົ້າເມືອງໄຊທານີ ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດພັດທະນາກະສິກໍາແບບຄົບວົງຈອນ ແລະ ຜະລິດຕະພັນລາວ ທັງເປັນຜູ້ຈັດການໂຄງການ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ຫ້ອງການບ້ານນາຕານຫຼັງໃໝ່ ໄດ້ຮັບການສະໜັບສະໜູນຈາກໂຄງການລ້ຽງກຸ້ງນໍ້າຈືດ ແລະ ກະສິກໍາແບບປະສົມປະສານຄົບວົງຈອນ ແລະ ບໍລິສັດພັດທະນາກະສິກໍາແບບຄົບວົງຈອນ ແລະ ຜະລິດຕະພັນລາວ ບໍລິສັດທິບພະວົງ ກໍ່ສ້າງຈໍາກັດ ແລະ ບໍລິສັດ ອີພີ ກໍ່ສ້າງ ຈໍາກັດ ແລະ ບໍລິສັດອື່ນໆ ມູນຄ່າ 450.000.000 ກີບ ໂດຍມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຢູ່ບ້ານນາຕານໃຫ້ມີຄວາມສະດວກສະບາຍ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງວັນທີ 28 ພະຈິກ 2021 ແລະ ກໍ່ສ້າງສໍາເລັດໃນວັນທີ 13 ມັງກອນ 2022 ເປັນອາຄານຊັ້ນດຽວ ປູດ້ວຍກາໂລ ຝາແອ້ມດ້ວຍດິນກໍ່ ແລະ ມຸງດ້ວຍກະເບື້ອງ ມີຂະໜາດ 12 x 16 ແມັດ ແລະ ມີທັງໝົດ 6 ຫ້ອງ. ໃນໂອກາດດັງກ່າວກໍໄດ້ເປີດໂຄງການລ້ຽງກຸ້ງນໍ້າຈືດ ແລະ ກະສິກໍາແບບປະສົມປະສານຄົບວົງຈອນ ຢູ່ໜອງຂັ້ນ ບ້ານດັ່ງກ່າວ ເຊິ່ງໂຄງການດັ່ງກ່າວມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມສ້າງວຽກເຮັດງານທໍາທີ່ໃຫ້ແກ່ປະຊາຊົນບ້ານນາຕານໄດ້ມີລາຍຮັບທີ່ໝັ້ນຄົງ ພ້ອມນັ້ນ ເພື່ອໃຫ້ປະຊາຊົນໄດ້ມີສ່ວນຮ່ວມໃນການຜະລິດ ເພື່ອສ້າງໂຄງການໃຫ້ເປັນຕົວແບບ ປອດໃສ ສາມາດກວດສອບໄດ້ ດັ່ງນັ້ນ ໂຄງ ການຈຶ່ງໄດ້ເຫັນຄວາມສໍາຄັນຂອງແຜນພັດທະນາຫຼາຍຮູບແບບທີ່ຄົນລາວ ແລະ ປະຊາຊົນລາວເຮົາຍັງມີຄວາມອາດສາມາດ ພ້ອມກັນປັບປຸງ ປັບປ່ຽນ ຫັນທິດ ແລະ ຮຽນຮູ້ນໍາພາກພື້ນ ແລະ ສາກົນ ໜຶ່ງໃນນັ້ນແມ່ນແຜນພັດທະນາກະສິກໍາ ປູກຝັງ ແລະ ລ້ຽງສັດ ນອກນັ້ນ ທາງໂຄງການຍັງຈະແປຮູບຜະລິດຕະພັນພືດຕ່າງໆຂອງລາວໃຫ້ເປັນອາຫານການກິນ ເປັນຂອງຕ້ອນຂອງຝາກໃຫ້ແກ່ແຂກທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. 

    ສະເພາະໂຄງການລ້ຽງກຸ້ງນໍ້າຈືດ ແລະ ກະສິກໍາແບບປະສົມປະສານຄົບວົງຈອນ ຢູ່ໜອງຂັ້ນ ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແມ່ນໂຄງການຈະເປັນຜູ້ສະໜັບສະໜູນທາງດ້ານທຶນຮອນ ແລະ ດ້ານວິຊາການໃຫ້ປະຊາຊົນພາຍໃນບ້ານເປັນຜູ້ລ້ຽງ ຫຼັງຈາກນັ້ນ ທາງໂຄງການຈະເປັນຄົນເກັບຊື້ຄືນເພື່ອຈໍາໜ່າຍໃນຕະຫຼາດ ເຊິ່ງໃນເບື້ອງຕົ້ນ ໂຄງການຈະທົດລອງໃຫ້ປະຊາຊົນລ້ຽງປາ ແລະ ກຸ້ງທໍາມະຊາດໄປກ່ອນ ທັງເປັນກະກະກຽມຄວາມພ້ອມໃນການລ້ຽງກຸ້ງນໍ້າຈືດຕື່ມອີກ.

.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!