ທ່ານ ສີສະຫວາດ ສຸດທາລະນີໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 21 ມັງກອນ 2022 ໃຫ້ຮູ້ວ່າວັນທີ 20 ມັງກອນ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.337 ຕົວຢ່າງ ກວດພົບເຊື້ອທັງໝົດ 676 ຄົນ (ຕິດເຊື້ອພາຍໃນ 670 ຄົນ ແລະ ນໍາເຂົ້າ 6 ຄົນ). ບັນດາແຂວງທີ່ມີການຕິດເຊື້ອຄື:

- ນະຄອນຫຼວງວຽງຈັນ (ນວ) 160 ຄົນ
- ຜົ້ງສາລີ 110 ຄົນ
- ບໍລິຄຳໄຊ 76 ຄົນ
- ໄຊຍະບູລີ 53 ຄົນ
- ຊຽງຂວາງ 51 ຄົນ
- ຫົວພັນ 34 ຄົນ
- ສາລະວັນ 26 ຄົນ
- ຄຳມ່ວນ 22 ຄົນ
- ອັດຕະປື 19 ຄົນ
- ອຸດົມໄຊ 18 ຄົນ
- ສະຫວັນນະເຂດ 17 ຄົນ
- ວຽງຈັນ 17 ຄົນ
- ຈຳປາສັກ 14 ຄົນ
- ບໍ່ແກ້ວ 14 ຄົນ
- ໄຊສົມບູນ 13 ຄົນ
- ເຊກອງ 12 ຄົນ
- ຫຼວງພະບາງ 11 ຄົນ
- ຫຼວງນ້ຳທາ 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າມີ 6 ຄົນ ຈາກ ນວ 3 ຄົນ ສະຫວັນນະເຂດ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມ ທັງໝົດ 128.924 ກໍລະນີ ອອກໂຮງໝໍວັນທີ 20 ມັງກອນ 585 ຄົນ ກຳລັງປິ່ນປົວ 7.412 ຄົນ ແລະ ເສຍຊີວິດສະສົມທັງໝົດ 518 ຄົນ (ເສຍຊີວິດໃໝ່ 10 ຄົນ) ຜູ້ເສຍຊີວິດໃໝ່ 10 ຄົນ ຈາກ ນວ 6 ຄົນ ໄຊຍະບູລີ 3 ຄົນ ແລະ ຊຽງຂວາງ 1 ຄົນ.
ຈຸດບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19 ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດທີ່ຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນນັ້ນ ກໍຍັງມີບໍລິການກວດເຄື່ອນທີ່ໃນຈຸດ ຫຼື ບ້ານທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່ ສໍາລັບຈຸດກວດຢູ່ ນວ ມີຈຸດກວດນອກສະຖານທີ່ ຄື ຈຸດກວດຄົງທີ່ສະໜາມກິລາໃນຮົ່ມບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ໜ່ວຍກວດເຄື່ອນທີ່ ເມືອງໄຊທານີ ສີສັດຕະນາກ ສີໂຄດຕະບອງມີເມືອງລະ 1 ທີມ ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 2 ທີມ ຈຸດບໍລິການສັກວັກຊີນຢູ່ ນວ ມີຄື ໂຮງໝໍມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ ສຳລັບຜູ້ທີ່ຕ້ອງການສັກວັກຊິນຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3) ຜູ້ສູງອາຍຸ ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການໄດ້ທີ່ວັດຈີນດົງປາແຫຼບ (ວັນຈັນ – ສຸກ) ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ) ໂຮງໝໍສູນກາງ ໂຮງໝໍເມືອງ 9 ຕົວເມືອງ ສຳລັບ ຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
. # ຂ່າວ – ພາບ : ອົ່ນ ໄຟສົມທອງ