ຕາດເຍືອງ ຄວ້າອັນດັບ 1 ເປັນສຸດຍອດແຫຼ່ງທ່ອງທ່ຽວແຫ່ງອາຊຽນ

    ຕາດເຍືອງ ເປັນນໍ້າຕົກຕາດຂະໜາດໃຫຍ່ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ຕັ້ງຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ພາກໃຕ້ຂອງລາວ ຕາດແຫ່ງນີ້ ເປັນສະຖານທີ່ຂຶ້ນຊື່ຂອງແຂວງຈຳປາສັກເລີຍກໍວ່າໄດ້ ສຳລັບໃຜທີ່ໄປທ່ຽວຈຳປາສັກແລ້ວ ບໍ່ໄປຕາດນີ້ ຖືວ່າຮອດແຕ່ເຄິ່ງທາງ.

    ມື້ນີ້ມີຂ່າວທີ່ໜ້າພາກພູມໃຈຫຼາຍຂອງປະຊາຊົນລາວທົ່ວປະເທດ ພາຍຫຼັງວັນທີ 18 ມັງກອນ 2022 ຕາດເຍືອງໄດ້ປະກາດໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວທີ່ສຸດ ແລະ ໄດ້ຮັບລາງວັນຊະນະເລີດ ການທ່ອງທ່ຽວແຫ່ງອາຊຽນສາຂາການທ່ອງທ່ຽວແບບຍືນຍົງ ປະຈໍາປີ 2022 ເຊິ່ງໄດ້ມີການເລີ່ມລົງຄະແນນຕັ້ງແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນມາ.

    ໃນລະຫວ່າງວັນທີ 16-20 ມັງກອນ 2022 ນີ້ ທາງຄະນະເຈົ້າໜ້າທີ່ຂອງແຂວງຈໍາປາສັກ ຈະໄດ້ໄປຮ່ວມງານຮັບລາງວັນທີ່ປະເທດກໍາປູເຈຍ ຈຸດເດັ່ນຂອງຕາດເຍືອງ ນອກຈາກຄວາມງາມ ແລະ ຄວາມອຸດົມສົມບູນທາງທໍາມະຊາດແລ້ວ ນັກທ່ອງທ່ຽວຍັງຈະໄດ້ສໍາຜັດກັບວິຖີການດໍາລົງຊີວິດຂອງຊົນເຜົ່າຕ່າງໆ ທີ່ເປັນຊົນເຜົ່າດັ້ງເດີມທີ່ຢູ່ອ້ອມຮອບບໍລິເວນນັ້ນອີກ.

    ສຳລັບຕາດເຍືອງ ສູງປະມານ 50 ແມັດ ໂດຍມີຕົ້ນກຳເນີດຈາກສາຍຫ້ວຍບັ້ງລຽງ ຕັ້ງຢູ່ໃນເຂດຄວາມຮັບຜິດຊອບຂອງອົງການປົກຄອງບ້ານ ຫຼັກ 40 ເມືອງປາກຊ່ອງ ເຊິ່ງຈະເຫັນໄດ້ຍາກໃນປັດຈຸບັນເພາະຫຼາຍສິ່ງຫຼາຍຢ່າງກໍໄດ້ປ່ຽນແປງ ແລະ ສູນຫາຍໄປຕາມການເວລາ ແຕ່ບ່ອນນີ້ຍັງໄດ້ມີການອະນຸຮັກວິຖີຊີວິດ ວັດທະນະທໍາ ຮີດຄອງປະເພນີ ແລະ ກໍໄດ້ພັດທະນາໃຫ້ມີຄວາມສອດຄ່ອງກັບການອະນຸຮັກສິ່ງແວດລ້ອມ ແລະ ອະນຸຮັກວັດທະນະທໍາ.

# ຂ່າວ & ພາບ : ບຸນມີ

error: Content is protected !!