ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2022

    ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມັງກອນ 2022 ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20-21ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ​ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

    ໂອກາດດໍາເນີນກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນກ່າວເປີດວ່າ: ການດຳເນີນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນໃນຄັ້ງນີ້ ແມ່ນປະຕິບັດຕາມລະບຽບການ ​ແລະ ກົນໄກການເຮັດວຽກ ກໍຄືແຜນດຳເນີນງານຂອງລັດຖະບານ ແລະ ຖືເປັນກອງປະຊຸມຄັ້ງທໍາອິດໃນປີ 2022 ເຊິ່ງກົງກັບວັນທີ່ທົ່ວພັກ ທົ່ວລັດລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ຢ່າງເປັນຂະບວນຟົດຟຶ້ນ ພາຍໃຕ້ເງື່ອນໄຂໂຄວິດ. ສຳລັບເດືອນມັງກອນນີ້ ມີຫຼາຍເຫດການພົ້ນເດັ່ນ ເປັນຕົ້ນ ຄະນະລັດຖະບານໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມຢ່າງເປັນທາງການຢູ່ສາທາລະນະລັດສັງຄົມນິຍົມຫວຽດນາມດ້ວຍຜົນສໍາເລັດອັນຈົບງາມ ພ້ອມນີ້ ປີ 2022 ເປັນປີໜຶ່ງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງສໍາລັບລັດຖະບານ ຊຸດທີ IX ທີ່ກໍາລັງກ້າວເຂົ້າສູ່ປີທີ 2 ຂອງການບໍລິຫານປະເທດ ລວມທັງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີສອງຂອງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກຳນົດໄວ້ ໃຫ້ເປັນຮູບປະທໍາ ແລະ ປະສົບຜົນສໍາເລັດ.

    ກອງປະຊຸມຈະໄດ້ຮັບຟັງ ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຕໍ່ 08 ວາລະທີ່ສຳຄັນ ຄື: ບົດລາຍງານສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ​ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ລາຍງານຂໍ້ຫຍຸ້ງຍາກກ່ຽວກັບການດຳເນີນທຸລະກິດຢູ່ປະເທດເຮົາ ບົດລາຍງານການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມທົ່ວປະເທດ ເພື່ອສ້າງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານສາມສ້າງ, ຄົ້ນຄວ້າມາດຖານ ເງື່ອນໄຂການຍ້ອງຍໍຄືນໃໝ່ ບົດລາຍງານຜົນສໍາເລັດກອງປະຊຸມ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈໍາປີ 2022 ແລະ ສະເໜີທິດຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຮ່າງດຳລັດວ່າດ້ວຍເຂດສະຫງວນທາງຫຼວງ ຮ່າງວິໃສທັດຮອດປີ 2035 ຍຸດທະສາດພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານ ໄລຍະ 9 ປີ (2022-2030) ແລະ ແຜນພັດທະນາໄລຍະ 4 ປີ (2022-2025) ຮ່າງດຳລັດວ່າດ້ວຍການຂ້າສັດ ທໍາລາຍຊາກສັດ ແລະ ຊົດເຊີຍ ຮ່າງນະໂນບາຍການສົ່ງເສີມ ການລ້ຽງສັດຕ່າງໆ ລວມທັງສັດນໍ້າ. ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ບັນລຸໄດ້ຕາມຄາດໝາຍ ແລະ ປະສົບຜົນສໍາເລັດຢ່າງຈົບງາມ ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ​ຮັກສາເວລາ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ສະເໜີທາງອອກວິທີແກ້ໄຂທີ່ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

    ພິເສດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີນີ້, ກອງປະຊຸມ ໄດ້ຈັດພິທີອວຍພອນ ແລະ ມອບກະຕ່າດອກໄມ້ໃຫ້ກະຊວງປ້ອງກັນປະເທດ ເວົ້າລວມ ເວົ້າສະເພາະແມ່ນກອງທັບປະຊາຊົນລາວ ໃຫ້ກຽດມອບໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ຮັບໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ.

.

. # ຂ່າວ – ພາບ :  ກົມປະຊາສຳພັນ, ຫສນຍ.

error: Content is protected !!