ປະທານປະເທດ ຢ້ຽມຢາມ ພົບປະພະນັກງານເສຍອົງຄະທີ່ສູນ 790 ແລະ 489

    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 73 ປີ ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະບັນດາ ອະດີດນາຍ ແລະ ພົນທະຫານທີ່ສູນເສຍອົງຄະພິເສດ 790 ແລະ ສູນ 489 ໃນວັນທີ 20 ມັງກອນ 2022 ໂດຍມີພະນັກງານການນຳຂອງສູນ ພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.

    ທ່ານ ພັນໂທ ບຸນມີ ອິນທະວົງສາ ເລຂາໜ່ວຍພັກ ຫົວໜ້າການເມືອງສູນເສຍອົງຄະພິເສດ 790 ໄດ້ລາຍງານໂດຍຫຍໍ້ ວ່າ: ສູນເສຍອົງຄະພິເສດ 790 ເປັນບ່ອນເຕົ້າໂຮມເອົາອະດີດນາຍ ແລະ ພົນທະຫານທີ່ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ຊຶ່ງຈັດເປັນປະເພດພິເສດເຂົ້າມາເຕົ້າໂຮມ ກັນຢູ່ສູນແຫ່ງນີ້ ສູນແຫ່ງນີ້ ມີພະນັກງານນັກຮົບທີ່ເຮັດວຽກຄຸ້ມຄອງບໍລິການຮັບໃຊ້ສູນ ປະກອບມີດັ່ງນີ້: ຫ້ອງການ ໂຮງໝໍ ສະໂມສອນ ພາຫະນະຮັບໃຊ້ ວັດຖຸອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ ມີເນື້ອທີ່ດິນໃນ ການຄຸ້ມຄອງເພື່ອຈັດສັນປຸກສ້າງເຮືອນໃຫ້ພະນັກງານເສຍອົງຄະ ແລະ ດິນທຳການຜະລິດ ຢູ່ພາຍໃນສູນ ປັດຈຸບັນ ສູນມີຈຳນວນພົນ 181 ຄົນ ມີພະນັກງານເສຍອົງຄະ 44 ຄົນ ມີພະນັກງານບຳນານ 52 ຄົນ ພະນັກງານດູແລ 50 ຄົນ ພະນັກງານປະຈຳການ 30 ຄົນ ມີແພດ 5 ຄົນ ມີຄະນະບັນຊາສູນ 4 ຄົນ ມີ 3 ຂະແໜງການ ແລະ ມີ 1 ໂຮງໝໍ 15 ຕຽງ.

    ໃນໂອກາດນີ້ ທ່ານປະທານປະເທດໄດ້ໂອ້ລົມຕໍ່ຄະນະພັກ ຄະນະບັນຊາສູນເສຍອົງຄະພິເສດ 790 ວ່າ: ຕະຫຼອດໄລຍະເວລາຜ່ານມານັ້ນ ພັກ-ລັດ ໄດ້ເອົາໃຈໃສ່ເບິ່ງແຍງ ດູແລ ໃກ້ຊິດຕິດແທດຕາມຄວາມ ສາມາດ ແລະ ກໍາລັງທີ່ມີ ດ້ວຍຄວາມເປັນຫ່ວງເປັນໄຍຄືກັບຄົນຢູ່ໃນຄອບຄົວດຽວກັນ ພະຍາຍາມຊອກ ຫາທຸກວິທີທາງເພື່ອຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານຜູ້ເສຍອົງຄະ ບໍ່ວ່າຈະເປັນ ທາງດ້ານການເງິນ ງົບປະມານ ດ້ານວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ ເຖິງແມ່ນວ່າບາງຄັ້ງຍັງບໍ່ທັນສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຕາມການສະເໜີໄດ້ທັນກັບເວລາກໍຕາມ ແຕ່ພວກເຮົາກໍໄດ້ພະຍາມ ເພື່ອແກ້ໄຂ ແລະ ສາມາດຕອບສະໜອງໄດ້ໂດຍພື້ນຖານ.

    ພ້ອມນີ້ ທ່ານປະທານປະເທດຍັງໄດ້ອວຍພອນໃຫ້ບັນດາທ່ານ ນາຍ ແລະ ພົນທະຫານ ຈົ່ງມີສຸຂະ ພາບແຂງແຮງ ສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ທາດແທ້ປະຕິວັດ ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອເປັນແບບຢ່າງໃນການສຶກສາອົບຮົມໃຫ້ລູກ-ຫຼານ ແລະ ຄອບຄົວ ໃຫ້ກາຍເປັນພົນລະເມືອງດີຂອງຊາດ ຂອງສັງຄົມ ແລະ ກາຍເປັນຄອບຄົວພັດທະນາ ເອົາໃຈໃສ່ເພີ່ມທະ ວີການພັດທະນາເສດຖະກິດຄອບຄົວ ແລະ ສັງຄົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຄະນະພັກ ຄະນະບັນຊາສູນ ຈົ່ງສືບຕໍ່ເອົາໃຈໃສ່ຄຸ້ມຄອງນໍາໃຊ້ວັດຖຸ-ອຸປະກອນທີ່ມີ ເພື່ອຮັບປະກັນການໃຊ້ງານໃຫ້ ຍາວນານ ຈາກນັ້ນ ທ່ານປະທານປະເທດຍັງໄດ້ມອບເຄື່ອງນຸ່ງ ຢາປົວພະຍາດ ແລະ ເງິນສົດຈຳນວນ ໜຶ່ງໃຫ້ສູນ 790 ພ້ອມນັ້ນ ວັນດຽວກັນ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມຖາມ ຂ່າວ ແລະ ໃຫ້ຄວາມອົບອຸ່ນສູນພັດທະນາເສຍອົງຄະ 489 ຕື່ມອີກ.

.

error: Content is protected !!