ມສ ວຽງຈັນ ຊີ້ແຈງຕໍ່ບັນຫາການເປີດຮຽນແບບເຊິ່ງໜ້າ

    ຕໍ່ກັບຫາງສຽງທີ່ຜູ້ປົກຄອງຫຼາຍທ່ານໄດ້ມີຄວາມກັງວົນໃຈກັບການເປີດຮຽນແບບເຊິ່ງໜ້າ ຂອງໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ມີຜູ້ປົກຄອງຫຼາຍທ່ານເຫັນດີໃຫ້ລູກມາຮຽນແບບປົກ​ກະ​ຕິຢູ່ໃນໂຮງຮຽນ ແຕ່ມີຜູ້ປົກຄອງຈຳນວນໜຶ່ງ ບໍ່ເຫັນດີໃຫ້ລູກຫຼານຂອງຕົນມາຮຽນແບບປົກ​ກະ​ຕິຢູ່ໃນໂຮງຮຽນ ຍ້ອນຄິດວ່າ ຖ້າໃຫ້ລູກມາຮຽນແບບປົກກະຕິ ແລ້ວລູກຕິດເຊື້ອໂຄວິດ-19 ແມ່ນທາງໂຮງຮຽນຈະບໍ່ຮັບຜິດຊອບ ແມ່ນຄວາມຮັບຜິດຊອບຂອງຜູ້ປົກຄອງຝ່າຍດຽວ.

    ຕໍ່ບັນຫາດັ່ງກ່າວ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໄດ້ອອກມາຊີ້ແຈງໃຫ້ຜູ້ປົກຄອງນັກຮຽນໄດ້ຮັບຊາບໃນວັນທີ 17 ມັງກອນ 2022 ຜ່ານມາວ່າ: ຕໍ່ບັນຫາທີ່ທາງຜູ້ປົກຄອງໄດ້ຮັບຮູ້ຈາກແຫຼ່ງຂ່າວວ່າ: ທາງໂຮງຮຽນບໍ່ມີຄວາມຮັບຜິດຊອບ ຖ້າລູກຫຼານຕິດເຊື້ອໂຄວິດ-19 ໃນເວລາມາຮຽນແບບປົກກະ​ຕິຢູ່ໃນໂຮງຮຽນນັ້ນ ບໍ່ແມ່ນຄວາມຈິງ.

    ທ່ານ ທອງພັນ ອຸໄລທອນ ກ່າວໃຫ້ຮູ້ອີກວ່າ: ຖ້າໃນກໍລະນີນັກຮຽນມາຮຽນແບບປົກ​ກະ​ຕິໃນໂຮງຮຽນແລ້ວຕິດພະຍາດໂຄວິດ-19 ທາງໂຮງຮຽນຈະໄດ້ມີການປະສານງານກັນ ມີສ່ວນຮ່ວມນໍາກັນລະຫວ່າງຜູ້ປົກຄອງ ແລະ ໂຮງຮຽນ ຖ້າເກີດຢູ່ໃນໂຮງຮຽນ ແມ່ນທາງໂຮງຮຽນຈະໄດ້ມີການເບິ່ງແຍງດູແລນັກຮຽນຄືກັນກັບລູກຫຼານຂອງຕົນ ເຊິ່ງທາງໂຮງຮຽນໄດ້ມີຢາປິ່ນປົວອາການໃນເບື້ອງຕົ້ນ ບໍ່ໃຫ້ຜູ້ປົກຄອງຄິດວ່າທາງໂຮງຮຽນຈະບໍ່ມີຄວາມຮັບຜິດຊອບ ທາງໂຮງຮຽນຖືວ່ານັກຮຽນທຸກຄົນເປັນລູກ ເປັນຫຼານ ເກີດຫຍັງຂຶ້ນມາແມ່ນທາງການຈັດຕັ້ງໂຮງຮຽນເປັນຜູ້ເບິ່ງແຍງຊ່ວຍກັນ ໃຫ້ຄິດວ່າໂຮງຮຽນຄືເຮືອນຂອງເຂົາເຈົ້າ ຄູຄືພໍ່ແມ່ຜູ້ທີສອງຂອງນັກຮຽນ ຖ້າເກີດຫຍັງຂຶ້ນມາ ທາງໂຮງຮຽນກໍຕ້ອງໄດ້ຮັບຜິດຊອບນໍາກັນ.

    ປັດຈຸບັນ ທາງໂຮງຮຽນໄດ້ມີການກະກຽມຄວາມພ້ອມຕໍ່ຜູ້ທີ່ມາຮຽນ ຖ້າມີອາການໄຂ້ ພວກເຮົາໄດ້ມີຫ້ອງແຍກປ່ຽວສະເພາະ ແລະ ຈະມີໜ່ວຍແພດອາສາຂອງໂຮງຮຽນໃຫ້ຄວາມເບິ່ງແຍງ ຕໍ່ຜູ້ທີ່ມີອາການຮຸນແຮງແມ່ນຈະໄດ້ປະສານຫາຜູ້ປົກຄອງມາຮັບເອົາໄປປິ່ນປົວ ຕໍ່ບັນຫາດັ່ງກ່າວ ຂໍໃຫ້ຜູ້ປົກຄອງທຸກຄົນຈົ່ງມີຄວາມສະບາຍໃຈ ມີຄວາມເຊື່ອໝັ້ນ ທາງໂຮງຮຽນໄດ້ມີການກະກຽມຄວາມພ້ອມພໍສົມຄວນ ເພື່ອເປີດການຮຽນການສອນແບບປົກກະຕິ ຄາດວ່າໃນວັນທີ 31 ມັງກອນ 2022 ທາງໂຮງຮຽນຈະໄດ້ເປີດທົດລອງການຮຽນແບບປົກກະຕິກ່ອນສະເພາະຊັ້ນ ມ7 ຖ້າວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຫຼຸດລົງ.

# ຂ່າວ & ພາບ : ບຸນມີ

error: Content is protected !!