ລະນຶກມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ

      ການນຳເມືອງໄຊທານີ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ຄໍາປາດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາຢູ່ເສົາສີລາຈາລຶກນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ວັນທີ 19 ມັງກອນ 2022 ທີ່ບ້ານດົງບັງ ເມືອງໄຊທານີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮົບ 73 ປີ.

    ພາຍຫຼັງນຳພາຄະນະນໍາເມືອງເຂົ້າວາງພວງມາລາແລ້ວ ທ່ານເຈົ້າເມືອງໄຊທານີ ກໍໄດ້ເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວ ແລະ ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 73 ປີ ຜົນງານອັນພິລະອາດຫານຂອງກອງທັບປະຊາຊົນລາວຕະຫຼອດໄລຍະທີ່ນັກຮົບຮຸ່ນເກົ່າໄດ້ດຳເນີນການຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດຕ່າງດ້າວທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດຈົນເຮັດໃຫ້ປະຊາຊົນລາວມີນ້ຳໃຈຄຽດແຄ້ນ ບໍ່ຍອມຈຳນົນຕໍ່ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ດ້ວຍຄວາມທຸກທໍລະມານ ມີນໍ້າໃຈຮັກຊາດຄືດັ່ງກ່າວ ຈຶ່ງໄດ້ສ້າງຕັ້ງກອງທັບປະຊາຊົນລາວຂຶ້ນໃນວັນທີ 20 ມັງກອນ 1949 ນັບແຕ່ນັ້ນມາກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນລາວ ໂດຍມີປະທານໄກສອນ ພົມວິຫານເປັນຜູ້ນຳພາຕໍ່ສູ້ກູ້ຊາດ ຈຶ່ງສາມາດຍາດມາໄດ້ໄຊຊະນະຢ່າງລຽນຕິດ ສາມາດຊີ້ນຳ-ນຳພາປະຊາຊົນລາວບັນດາເຜົ່າປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

# ຂ່າວ & ພາບ : ລັດເວລາ

error: Content is protected !!