ແຂວງຫຼວງພະບາງ ມີສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ໜ້າສົນໃຈຫຼາຍແຫ່ງ ແຕ່ເຂດທ່ອງທ່ຽວສີຂຽວ (Green Travel Zone) ທີ່ຖືກກໍານົດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວໃນໄລຍະທີ 1 ໄດ້ກໍານົດຢູ່ 4 ເຂດ ຄື: ນະຄອນຫຼວງພະບາງ ເມືອງຈອມເພັດ ເມືອງປາກອູ ແລະ ເມືອງງອຍ.

ສໍາລັບນະຄອນຫຼວງພະບາງ ປະກອບມີ: ແຫຼ່ງທ່ອງທ່ຽວທີ່ລືຊື່ຫຼາຍແຫ່ງ ເປັນຕົ້ນແຫຼ່ງທ່ອງທຽວພູສີ ຫໍພິພິທະພັນແຫ່ງຊາດຫຼວງພະບາງ ວັດຊຽງທອງ ວັດວາອາຮາມຕ່າງໆໃນນະຄອນຫຼວງພະບາງ ຕະຫຼາດກາງຄືນ ບ້ານຫັດຖະກໍາຕໍ່າຫູກທໍໄໝບ້ານຜານົມ ບ້ານຊ່າງຄ້ອງ ສູນຫັດຖະກໍາອອກພົບຕົກ ສູນວິທະຍາຊົນເຜົ່າ ແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ ນໍ້າຕົກຕາດແສ້ ບ້ານລ້ອງເລົາ ສວນນໍ້າດົງ ການລ່ອງເຮືອຊົມທໍາມະຊາດ ອາທິດອັດສະດົງຕາມລໍາແມ່ນໍ້າຂອງ-ນໍ້າຄານ ແລະ ອື່ນໆ.

ເມືອງຈອມເພັດ ປະກອບມີ: ເສັ້ນທາງທ່ອງທ່ຽວ (Chomphet Hidden Treasure) ຊຽງແມນ-ວັດຫາດສ້ຽວ ບ້ານຫັດຖະກຳປັ້ນໝໍ້ຫຼໍ່ໄຫບ້ານຈ່ານເໜືອ ແລະ ນໍ້າຕົກຕາດຮ້ອຍຄົວ ເມືອງປາກອູ ປະກອບມີບ້ານການທ່ອງທ່ຽວແບບອະນຸຮັກປະຊາຊົນມີສ່ວນຮ່ວມບ້ານຊ່າງໄຫ ບ້ານປາກອູ ແລະ ຖໍ້າຕິ່ງ ສ່ວນເມືອງງອຍ ປະກອບມີເຂດໜອງຂຽວ ບ້ານສົບຮຸນ ຖໍ້າຜາກວາງ ຖໍ້າຜາທອກ ຈຸດຊົມທິວທັດທໍາມະ ຊາດຜາແດງ ຜາຊົມນາ ລ່ອງເຮືອຊົມທິວທັດທໍາມະຊາດຕາມລໍາແມ່ນໍ້າອູ ບ້ານວັດທະນະທຳບັນດາເຜົ່າ ແລະ ບ້ານປະຫວັດສາດການປະຕິວັດ.
# ຂ່າວ & ພາບ : ສະບາໄພ