ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ອ້າຍນ້ອງທະຫານແຂວງໄຊສົມບູນ

     ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ປະທານກິດຕິມະສັກໂຄງການຈິດອາສາຄອບຄົວການນໍາ  ຮ່ວມກັບນັກທຸລະກິດລາວ  ໄດ້ນໍາພາຄະນະກໍາມະທິການຕ່າງປະເທດ  ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ສະມາຊິກຈິດອາສາຄອບຄົວການນໍາ ຮ່ວມກັບນັກທຸລະກິດລາວ ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ພ້ອມດ້ວຍປະຊາຊົນນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ແລະ ມອບເຄື່ອງໃຫ້ທະຫານແຂວງໄຊສົມບູນ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/1/1949-20/1/2022).

    ພິມີມອບເຄື່ອງ ໄດ້ຈັດຂຶ້ນວັນທີ 18 ມັງກອນ 2022 ທີ່ສະໂມສອນກອງບັນຊາການທະນແຂວງໄຊສົມບູນ ກ່າວມອບໂດຍທ່ານ ນາງ ນາລີ ສີສຸລິດ ແລະ ກ່າວຮັບໂດຍທ່ານ ພັນເອກ ເພັດລັງສີ ພິຈິດ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງໄຊສົມບູນ ມີທ່ານ ຕົງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ທ່ານຫົວໜ້າຫ້ອງວ່າການແຂວງ ບັນດານາຍ ພົນທະຫານ ແລະ ຕາງໜ້າກົມກອງອ້ອມຂ້າງເຂົ້າຮ່ວມ.

    ສໍາລັບເຄື່ອງທີ່ນໍາມາມອບໃຫ້ອ້າຍນ້ອງທະຫານແຂວງໄຊສົມບູນຄັ້ງນີ້ ມີເຄື່ອງອຸປະໂພກ-ບໍລິໂພກ ພ້ອມດ້ວຍເງິນຈຳນວນໜຶ່ງ ເປັນຕົ້ນ ຜ້າຫົ່ມ ເສື່ອນອນ ສາດ ຄຸນໍ້າ ຢາປົວພະຍາດ ໝີ່ ນໍ້າປາ ແປ້ງນົວ ເກືອ ໝາກເຜັດ ຫົວຜັກບົ່ວ ຜັກທຽມ ນໍ້າດື່ມ ນໍ້າປາ ນໍ້າສະອິວ ນໍ້າມັນພືດ ແລະ ອື່ນໆຈຳນວນຫຼາຍລາຍການ ແລະ ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ຈາກການປະກອບສ່ວນຂອງຫຼາຍພາກສ່ວນ ເປັນຕົ້ນຂອງຄົວການນຳ ນັກທຸລະກິດ ຊາວຄ້າຂາຍ ແລະ ປະຊາຊົນນະຄອນຫຼວງວຽງຈັນ ທີ່ເຫັນໄດ້ຄວາມສຳຄັນຂອງອ້າຍນ້ອງທະຫານຜູ້ທີ່ປະຕິບັດໜ້າທີ່ເປັນຮົ້ວຂອງຊາດປະຈຳການຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດທຸລະກັນດານ.

    ໂອກາດນີ້ ທ່ານ ພັນເອກ ເພັດລັງສີ ພິຈິດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພະເຖລານຸເຖລະ ຄອບຄົວການນຳ ນັກທຸລະກກິດ ແລະ ປະຊາຊົນນະຄອນຫຼວງວຽງຈັນ ທີ່ໄດ້ນຳເອົາເຄື່ອງມາມອບໃຫ້ອ້າຍນ້ອງທະຫານຢູ່ແຂວງໄຊສົມບູນຄັ້ງນີ້ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ເປັນການສະ ແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ  ແລະ ຄວາມມີນໍ້າໃຈອັນສູງສົ່ງຕໍ່ອ້າຍນ້ອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກກັນດານ ເຊິ່ງເຄື່ອງຈຳນວນນີ້ ກອງບັນຊາການທະ ຫານແຂວງຈະໄດ້ແບ່ງປັນແຈກຢາຍໃຫ້ບັນດາກອງຮ້ອຍ ກອງພັນທີ່ຂຶ້ນກັບກອງບັນຊາການທະຫານແຂວງຢ່າງທົ່ວເຖິງ.

   ໃນໂອກາດມອບເຄື່ອງຄັ້ງນີ້ທ່ານ ນາງ ນາລີ ສີສຸລິດ ຍັງໄດ້ໂອ້ລົມນາຍ ແລະ ພົນທະຫານແຂວງໄຊສົມບູນກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງນາຍ ແລະ ພົນທະຫານ ທີ່ປະຕິບັດໜ້າທີ່ທີ່ພັກ-ລັດມອບໝາຍມີຜົນສຳເລັດເປັນກ້າວໆ ມັນສະແດງອອກໃຫ້ເຫັນບ້ານເມືອງ ແລະ ປະເທດຊາດມີຄວາມສະຫງົບ ປະຊາຊົນມີຄວາມສະດວກໃນການທຳມາຫາກິນ ຄ້າຂາຍ ໄປມາຫາສູ່ກັນ ພາຍໃຕ້ການຊີ້ນຳ-ນຳພາຜູ້ບັນຊາເຮັດໃຫ້ແຕ່ລະກົມກອງມີການພັດທະນາທາງດ້ານພື້ນຖານໂຄງລ່າງ ກົມກອງມີຄວາມເຂັ້ມແຂງທາງດ້ານລະບຽບວິໄນ ທາງດ້ານຊີວິດການເປັນຢູ່ ແລະ ອື່ນໆ ພ້ອມນີ້ ທ່ານຍັງໄດ້ຝາກຄວາມຢື້ຢາມຖາມຂ່າວຄວາມສຸກທຸກໄປຍັງອ້າຍນ້ອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ແລະ ຫ່າງໄກສອກຫຼີກ ຈົ່ງສືບຕໍ່ເຮັດໜ້າທີ່ອັນມີກຽດຂອງຕົນ.  

   # ຂ່າວ & ພາບ :  ສົມສະຫວັນ 

error: Content is protected !!