ມື້ນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 901 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບພະຍາດໂຄວິດ-19 ປະຈໍາວັນທີ 20 ມັງກອນ 2022 ໃຫ້ຮູ້ວ່າ: ວັນທີ 19 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.497 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 901 ຄົນ ໃນນີ້ຕິດເຊື້ອພາຍໃນ 897 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຄື: 

  1. ໄຊຍະບູລີ 319 ຄົນ 
  2. ນະຄອນຫຼວງ 201 ຄົນ 
  3. ຜົ້ງສາລີ 55 ຄົນ 
  4. ບໍລິຄຳໄຊ 51 ຄົນ 
  5. ອຸດົມໄຊ 38 ຄົນ 
  6. ຄຳມ່ວນ 25 ຄົນ 
  7. ສະຫວັນນະເຂດ 23 ຄົນ 
  8. ຫຼວງນ້ຳທາ 22 ຄົນ 
  9. ຊຽງຂວາງ 22 ຄົນ 
  10. ຈຳປາສັກ 21 ຄົນ 
  11. ອັດຕະປື 21 ຄົນ 
  12. ຫຼວງພະບາງ 20 ຄົນ 
  13. ໄຊສົມບູນ 19 ຄົນ 
  14. ວຽງຈັນ 18 ຄົນ 
  15. ບໍ່ແກ້ວ 17 ຄົນ 
  16. ສາລະວັນ 13 ຄົນ 
  17. ເຊກອງ 7 ຄົນ 
  18. ຫົວພັນ 5 ຄົນ 

    ສ່ວນການຕິດເຊື້ອນໍາເຂົ້າ ມີ 4 ຄົນ ຈາກ ນະຄອນຫຼວງວຽງຈັນ 2 ຄົນ ສະຫວັນນະເຂດ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. 

    ຮອດປັດຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 128.248 ກໍລະນີ ອອກໂຮງໝໍວັນທີ 19 ມັງກອນ 668 ຄົນ ກຳລັງປິ່ນປົວ 7.728 ຄົນ ແລະ ເສຍຊີວິດສະສົມທັງໝົດ 508 ຄົນ ໃນນີ້ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງຫຼວງນ້ຳທາ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!