ເປີດນໍາໃຊ້ປ້າຍໂຄສະນາ ຫ້າມຄ້າ-ຂາຍ ສັດປ່າ ແລະ ມາດຕະການລົງໂທດຕໍ່ຜູ້ກະທໍາຜິດ

     ໃນວັນທີ 18 ມັງກອນ 2022 ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ຮ່ວມກັບກົມກວດກາປ່າໄມ້ ແລະ ອົງການ WWF-Laos ໄດ້ຈັດພິທີເປີດນໍາໃຊ້ປ້າຍເພື່ອໃຊ້ເປັນສື່ໂຄສະນາຕໍ່ການຫ້າມຄ້າ-ຂາຍສັດປ່າປະເພດຫວງຫ້າມ ຫຼື ທີ່ໄກ້ຈະສູນພັນ ປ້າຍໂຄສະນາດັ່ງກ່າວແມ່ນຕັ້ງຢູ່ບ້ານ ຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ເຊິ່ງເປັນໜຶ່ງໃນທາງຜ່ານຂອງການຂົນສົ່ງສິນຄ້າໄປຍັງແຂວງອື່ນໆ ແລະ ປະເທດເພື່ອນບ້ານ ແລະ ນັ້ນອາດມີຂະບວນການລັກລອບຄ້າ-ຂາຍ ສັດປ່າ ແລະ ຜະລິດຕະພັນສັດປ່າ ທັງສໍາລັບພາຍໃນ ແລະ ສົ່ງອອກໄປປະເທດເພື່ອນບ້ານ ລັກລອບໄປນໍາ.

    ພິທີເປີດປ້າຍໂຄສະນາໃນຄັ້ງນີ້ ເປັນປະທານໂດຍ ທ່ານ ຮອງເຈົ້າແຂວງ ແຂວງອຸດົມໄຊ ທ່ານ ຣໍລິດ ປາເລນຕິນີ ຜູ້ອໍານວຍການອົງການ WWF-Laos ແລະ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ພ້ອມຜູ້ຕາງໜ້າຈາກກົມກວດກາປ່າໄມ້ ຫ້ອງການທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

    ມາຮອດໃນປັດຈຸບັນ ອົງການ WWF-Laos ໄດ້ໃຫ້ການສະໜັບສະໜູນ ຜະລິດ ແລະ ຕິດຕັ້ງປ້າຍໂຄສະນາ ເພື່ອເຜີຍແພ່ຂໍ້ກົດໝາຍ ກ່ຽວກັບການຫ້າມຄ້າ-ຂາຍສັດປ່າ ໄດ້ທັງໝົດຫຼາຍກວ່າ 30 ປ້າຍ ໃນທົ່ວປະເທດ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!