JICA ຊ່ວຍເຫຼືອຢາງອັດສະຟານສຳເລັດຮູບ ເພື່ອສ້ອມແປງເສັ້ນທາງໃນ ນວ

    ວັນທີ 19 ມັງກອນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ຮ່ວມກັບອົງການໄຈກາ ປະຈຳລາວ (JICA) ສ້ອມແປງເສັ້ນທາງ (ຕາບຂຸມຮັງໄກ່) ເສັ້ນທາງໜອງບົວທອງ (ທາງເຂົ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ)  ນຳໂດຍທ່ານ ອຳຄາ ວົງພະຈັນ  ຫົວໜ້າຂະແໜງຂົວທາງ ພະນແນກ ຍທຂ ນວ ມີຕາງໜ້າອົງການໄຈກາປະຈຳລາວເຂົ້າຮ່ວມ.

    ທ່ານ ອຳຄາ ວົງພະຈັນ ກ່າວວ່າ  ອີງຕາມການເຂົ້າຮ່ວມປຶກສາຫາລືນຳຊ່ຽວຊານອົງການ JICA ປະຈຳລາວ ກ່ຽວກັບໂຄງການສ້າງຄວາມເຂັ້ມແຂງລະບົບຂົນສົ່ງພາຍໃນຕົວເມືອງແບບຢືນຍົງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ JICA ໂດຍໄດ້ຮັບການຊ່ວຍເຫຼືອຢາງຂົ້ວ (ອັດສະຟານສຳເລັດຮູບ) ຈຳນວນ 80 ໂຕນ (ເທົ່າກັບ 4.000 ເປົາ) ໃນງວດທີ 1 ໄດ້ຮັບ 40 ໂຕນ ເຊິ່ງໄດ້ຮັບໃນທ້າຍເດືອນທັນວາຜ່ານມາ ແລະ ງວດທີ 2 ຈະໄດ້ຮັບໃນທ້າຍເດືອນນີ້ ໂດຍແມ່ນພະແນກ ຍທຂ ນວ ເປັນຜູ້ປະສານງານ ແລະ ເຮັດວຽກຮ່ວມກັບອົງການ JICA.

    ຢາງຈຳນວນດັ່ງກ່າວ ຈະນຳໃຊ້ເຂົ້າໃນການສ້ອມແປງຕາມຂຸມຮັງໄກ່ຕາມເສັ້ນທາງທີ່ເປ່ເພ ເປັນບວກເປັນຂຸມໃນ ນວ ແລະ ສ້າງຄື້ນຫຼຸດຜ່ອນຄວາມໄວຕາມເສັ້ນທາງຮ່ອມ ທັງນີ້ກໍເພື່ອຫຼຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ ການສັນຈອນມີຄວາມປອດໄພ ແລະ ອື່ນໆ ພາຍຫຼັງສຳເລັດການສ້ອມແປງ ເສັ້ນທາງເຂົ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ແລ້ວ ຈະສືບຕໍ່ສ້ອມແປງເສັ້ນທາງອື່ນເຊັ່ນ ເສັ້ນທາງເກົ້າລ້ຽວ ຫາ ໂຮງຮຽນຕາດທອງ ເສັ້ນທາງຮ່ອມຕະຫຼາດສີໄຄ ຫາ ສະໜາມບິນວັດໄຕ ແລະ ເສັ້ນທາງອື່ນໆທີ່ມີການເປ່ເພໃນຂອບເຂດ ນວ.

    ໂອກາດນີ້ ທ່ານ ອຳຄາ ວົງພະຈັນ ກໍໄດ້ສະແດງຄວາມຂອບໃຈມາຍັງອົງການ JICA ທີ່ເຫັນໄດ້ຄວາມສຳຄັນໃນວຽກງານສ້ອມແປງເສັ້ນທາງໃຫ້ມີການສັນຈອນໄປມາສະດວກ ແລະ ຫຼຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ ພ້ອມກັນນັ້ນ ກໍຈະນຳເອົາເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອໄປນຳໃຊ້ໃຫ້ເກີດປະໂຫຍດ ເລັ່ງສ້ອມແປງບັນດາເສັ້ນທາງທີ່ມີການເປ່ເພໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້ ແລະ ຫວັງວ່າອົງການໄຈກາຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຊຸດຕໍ່ໄປຕື່ມອີກ.

        # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!