ລາວ-ກຳປູເຈຍ ເພີ່ມທະວີການຮ່ວມມືຍູ້ແຮງການທ່ອງທ່ຽວ

    ວັນທີ 18 ມັງກອນ 2022 ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວແຫ່ງລາຊະອານາຈັກກໍາປູເຈຍ ຂຶ້ນ ດ້ວຍກອງປະຊຸມທາງໄກ ຝ່າຍລາວນໍາໂດຍທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ຝ່າຍກຳປູເຈຍໂດຍທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວແຫ່ງລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ລາວ ແລະ ກຳປູເຈຍເຂົ້າຮ່ວມ.

    ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີຈຸດປະສົງເພື່ອຮັດແໜ້ນ ລົງເລິກ ແລະ ເປີດກວ້າງການຮ່ວມມືໄລຍະຍາວ ແລະ ການຮ່ວມມືໃນຂະແໜງການທ່ອງທ່ຽວຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເພື່ອຊຸກຍູ້ໃຫ້ນັກທ່ອງທ່ຽວມີການໄປມາຫາສູ່ກັນຫຼາຍຂຶ້ນ ເພີ່ມທະວີກ້າວສູ່ການເຊື່ອມໂຍງພາຍໃນອາຊຽນ ໂດຍການຊຸກຍູ້ຕົວເລກນັກທ່ອງທ່ຽວຂອງສອງປະເທດໃຫ້ຫຼາຍຂຶ້ນ ແລະ ນັກທ່ອງທ່ຽວຈາກປະເທດທີ 3 ສົ່ງເສີມການພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ ແລະ ພັດທະນາຄວາມອາດສາມາດໃຫ້ແກ່ນັກວິຊາການ ໂດຍແຕ່ລະຝ່າຍຈະເຊື້ອເຊີນຊຶ່ງກັນ ແລະ ກັນເຂົ້າຮ່ວມບັນດາກອງປະຊຸມສຳມະນາ ເວທີປຶກສາຫາລືຕ່າງໆ ແລະ ສືບຕໍ່ຊຸກຍູ້ການແລກປ່ຽນທັດສະນະສຶກສາ ແລະ ການຢ້ຽມຢາມທາງການສຳລັບພາກລັດ ແລະ ພາກທຸລະກິດ ລວມທັງສື່ມວນຊົນ ໂດຍຈຸດປະສົງເພື່ອຮັບປະກັນອຸດສາຫະກຳການທ່ອງທ່ຽວຂອງສອງປະເທດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ. ສອງຝ່າຍຈະຊຸກຍູ້ ອຳນວຍຄວາມສະດວກ ແລະ ດຳເນີນການແລກປ່ຽນຂໍ້ມູນຂ່າວສານດ້ານການບໍລິຫານການທ່ອງທ່ຽວ ນິຕິກຳ ກົດໝາຍ ນະໂຍບາຍ ລວມທັງການວາງແຜນຍຸດທະສາດການທ່ອງທ່ຽວ ຮ່ວມມືໃນການຮ່ວມກັນສົ່ງເສີມການຕະຫຼາດທ່ອງທ່ຽວໃນງານວາງສະແດງ ແລະ ງານຕະຫຼາດນັດທ່ອງທ່ຽວລະດັບພາກພື້ນ ແລະ ສາກົນ ແລະ ກິດຈະກຳອື່ນໆທີ່ກ່ຽວຂ້ອງກັບການສົ່ງເສີມການທ່ອງທ່ຽວ ເພື່ອຈຸດປະສົງດຶງດູດການທ່ອງທ່ຽວຂອງສອງປະເທດ ກໍຄືນັກທ່ອງທ່ຽວປະເທດທີ 3 ໃຫ້ຫຼາຍຂຶ້ນ ແລະ ໃຫ້ຄຳແນະນຳຊ່ວຍເຫຼືອໃນການພັດທະນາຄວາມຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ລວມທັງລາຍການນຳທ່ຽວ ສອງຝ່າຍຈະຊຸກຍູ້ແລກປ່ຽນຊ່ຽວຊານປະຈຳອົງກອນຂອງແຕ່ລະຝ່າຍ ການຄຸ້ມຄອງ ການພັດທະນາ ແລະ ການດຳເນີນທຸລະກິດດ້ານການທ່ອງທ່ຽວ ແລະ ຈະຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການພັດທະນາຊັບພະຍາກອນມະນຸດໃນຂົງເຂດການທ່ອງທ່ຽວ ສອງຝ່າຍຈະໃຫ້ການຊ່ວຍເຫຼືອທີ່ເປັນໄປໄດ້ໃນການພັດທະນາຊັບພະຍາກອນມະນຸດ  ແລະ  ພັດທະນາຄວາມອາດສາມາດດ້ານວິຊາການໃນຂະແໜງ ການທ່ອງທ່ຽວ ສອງຝ່າຍຈະອຳນວຍຄວາມສະດວກໃນການແລກປ່ຽນຢ້ຽມຢາມທາງການ ບໍ່ເປັນທາງການ ພາກທຸລະກິດ ຊ່ຽວຊານ ແລະ ນັກວິຊາການກໍຄືນັກສຶກສາ ແລະ ຕາງໜ້າສື່ມວນຊົນ ແລະ ອື່ນໆ ສອງຝ່າຍຈະສ້າງຕັ້ງໜ່ວຍງານວິຊາການເພື່ອຊຸກຍູ້ການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ໃຫ້ໄດ້ຮັບປະສິດທິຜົນ.

error: Content is protected !!