ກອງປະຊຸມຫາລື ເພື່ອແກ້ໄຂຂໍ້ຫຍຸ້ງຍາກການນໍາເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າ

    ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າໄປ ສປ ຈີນ ຍົກລະດັບການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ໃຫ້ມີປະສິດທິພາບສູງສຸດ ແລະ ຫຼຸດຜ່ອນຄວາມກົດດັນໃນການຂົນສົ່ງທາງບົກ ວັນທີ 18 ມັງກອນ 2022 ຜ່ານມາ ທີ່ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອແກ້ໄຂບັນຫາການນຳເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖານີລົດໄຟວຽງຈັນໃຕ້ ດ່ານສາກົນສິນຄ້າ ທ່ານບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ມີ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຈິສຕິກ ພາກ ຈຳກັດ ທ່ານ ຢວນ ມິງຫາວ ຜູ້ອຳນວຍການ ບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມຈາກກະຊວງກ່ຽວຂ້ອງ ແລະ ນັກທຸລະກິດ ຜູ້ປະກອບການບໍລິການຂົນສົ່ງສິນຄ້າເຂົ້າຮ່ວມ.

    ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ການມາຢ້ຽມຢາມໃນຄັ້ງນີ້ ເພື່ອມາຮັບຟັງວຽກງານການພັດທະນາ ການບໍໍລິການ ຄຸ້ມຄອງ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ເຊິ່ງໄດ້ຮັບການລາຍງານຈາກຜູ້ອຳນວຍການບໍລິສັດຂົນສົ່ງສິນຄ້າທາງລົດໄຟ ວ່ານັບແຕ່ເປີດໃຫ້ບໍລິການມາໄດ້ມີຕູ້ຄອນເທນເນີ້ສົ່ງໄປ ຈີນ 1.600-1.700 ຕູ້ ເຊິ່ງກວມຈຳນວນຫຼາຍ ແຕ່ຖ້າທຽບກັບສິນຄ້າທີ່ ສປປ ລາວ ເຮົາ ຈະສົ່ງໄປກໍຍັງບໍ່ທັນພຽງພໍ ເຊິ່ງຍັງມີຫຼາຍບໍລິສັດຫຼາຍສິິນຄ້າຍັງລໍຖ້າຂົນສົ່ງໄປຈີນ ແຕ່ຍັງພົບຄວາມຫຍຸ້ງຍາກຢູ່ ເນື່ອງຈາກມີຫຼາຍຂັ້ນຕອນ ຄ່າບໍລິການສູງບວກກັບຍັງເປີດໃໝ່ ສະນັ້ນ ໃນຕໍ່ໜ້າຈະຕ້ອງໄດ້ມີການປັບປຸງ ແກ້ໄຂ ແລະ ຮ່ວມມືກັບພາກສ່ວນກ່ຽວຂ້ອງຫຼາຍຂຶ້ນ ເພື່ອແກ້ໄຂບັນຫາຕ່າງໆ.

    ສ່ວນດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ທ່ານລັດຖະມົນຕີກ່າວວ່າ: ຈາກການລົງພາກສະໜາມຕົວຈິງ ເຫັນວ່າມີຄວາມພ້ອມ ແລະ ເພື່ອຄວາມເປັນເອກະພາບໃນການຂົນສົ່ງສິນຄ້າ ແກ້ໄຂຄວາມຫຍຸ້ງຍາກໃນການຂົງສົ່ງ ພວກເຮົາຈະຕ້ອງໄດ້ມີຄວາມເປັນເອກະພາບດ້ານລະບຽບຫຼັກການ ຫັນເຂົ້າສູ່ລະບຽບການຂອງພາກພື້ນ ແລະ ສາກົນໃຫ້ຫຼາຍຂຶ້ນ ເພື່ອເປັນຈຸດໃຈກາງໃນການຂົນສົ່ງ ແລະ ການບໍລິການ. ນອກນັ້ນ ກອງປະຊຸມຍັງໄດ້ສະເໝີການແກ້ໄຂບັນຫາຕົ້ນຕໍ່ຄື:

     1) ການກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນໃນການກວດປ່ອຍສິນຄ້າ ນໍາເຂົ້າ-ສົ່ງອອກ ຜ່ານແດນ ຢູ່ສະຖານີລົດໄຟວຽງຈັນໃຕ້ ທ່າບົກທ່ານາແລ້ງ,

     2) ການປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂັ້ນຕອນ ເອກະສານ ຄ່າທໍານຽມ ການຈອງຕູ້ຄອນເທນເນີ້ ການເພີ່ມຈໍານວນຖ້ຽວ ເພີ່ມຈໍານວນ ແລະ ຂະໜາດຂອງຕູ້ຄອນເທນເນີ້ ຜ່ານທາງລົດໄຟ ແລະ

     3) ການລະດົມກໍາລັງ ແລະ ຄວາມສາມາດໃນການຂົນສົ່ງ ເພື່ອຕອບສະໜອງລົດຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກໃຫ້ພຽງພໍ ແລະ ໄດ້ມາດຕະຖານ ຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!