ມອບເຄື່ອງຊຸກຍູ້ກອງພັນ 513 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 73 ປີ

    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 73 ປີ ວັນທີ 19 ມັງກອນ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກອງພັນ 513 ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ໂດຍມີທ່ານ ພັນໂທ ອະນຸສັກ ສຸທໍາມະວົງ ຫົວໜ້າກອງພັນ 513 ພ້ອມດ້ວຍນາຍ ແລະ ພົນທະຫານພາຍໃນກອງພັນໃຫ້ການຕ້ອນຮັບ.

    ການຢ້ຽມຢາມຄັ້ງນີ້ ທ່ານ ພັນໂທ ອະນຸສັກ ສຸທໍາມະວົງ ໄດ້ລາຍງານໃຫ້ຮູ້ວ່າ: ກອງພັນ 513 ແມ່ນກົມກອງໜຶ່ງໃຕ້ການຊີ້ນໍາພາໂດຍກົງຮອບດ້ານຂອງຄະນະພັກ ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຊິ່ງໃນ 1 ປີຜ່ານມາ ໄດ້ເອົາໃຈໃສ່ປະຕິບດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສະແດງອອກຈັດຕັ້ງກໍາລັງກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ມີປະຈໍາການບັນຊາ ສິດປະຈໍາການ ກໍາລັງປະຈັນບານ ແລະ ພາຫະນະປະຈັນບານ ໄດ້ຈັດຕັ້ງປະຕິບັດແຕ່ຂັ້ນກອງພັນລົງຮອດກອງຮ້ອຍ ພ້ອມນັ້ນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກົມກອງເພີ່ມທະວີການປູກ ການລ້ຽງ ພ້ອມທັງສ້ອມແປງເຮືອນນອນໃຫ້ອ້າຍນ້ອງ 2 ຫຼັງ ປູກເຮືອນໄວ້ 1 ຫຼັງ ມູນຄ່າ 21.000.000 ກີບ ຈົກໜອງປາລວມ ກອງຮ້ອຍ ກອງພັນ 2 ໜອງ ແລະ ຖົມດິນເດີ່ນບານ ບ່ອນສວນສະໜາມ ແລະ ເສັ້ນທາງ 150 ແມັດ ມູນຄ່າ 180.000.000 ກີບ ໂດຍໄດ້ຮັບການຊຸກຍູ້ຊ່ວຍເຫຼືອຈາກທ່ານນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດ.

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການປະຕິບັດໜ້າທີ່ຂອງຄະນະບັນຊາ ກໍຄືນາຍ ແລະ ພົນທະຫານ ທີ່ໄດ້ມີຄວາມເສຍສະຫຼະ ເປັນຜູ້ຢູ່ດ່ານໜ້າ ເປັນຜູ້ປົກປັກຮັກສາເຂດນໍ້າແດນດິນ ຊັບພະຍາກອນປ່າໄມ້ ພ້ອມນັ້ນ ຍັງມີຄໍາເຫັນບາງຈຸດເພື່ອແລກປ່ຽນ ກໍຄືຄໍາຮຽກຮ້ອງຂອງອົງການປົກຄອງ ມາຍັງຄະນະບັນຊາ ນາຍ ແລະ ພົນທະຫານ ຈົ່ງສືບຕໍ່ເປັນກໍາລັງແຮງປະກອບສ່ວນໃຫ້ກັບການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆໃນແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ການປະຕິບັດສອງວາລະແຫ່ງຊາດໃຫ້ມີຜົນສໍາເລັດ ເປັນຕົ້ນ ໃຫ້ເອົາໃຈໃສ່ປົກປັກຮັກສາປ່າສະຫງວນ ຮັກສາປ່າໄມ້ ເພື່ອເປັນບ່ອນເກັບຮັກສາແຫຼ່ງນໍ້າ ທັງເປັນບ່ອນຜະລິດອົກຊີ ເປັນປອດຫາຍໃຈໃຫ້ກັບນະຄອນຫຼວງວຽງຈັນ ສະກັດກັ້ນການລັກລອບຂຸດຄົ້ນວັດຖຸມີຄ່າ ຊັບພະຍາກອນທໍາມະຊາດ ແລະ ບັນຫາການຈັບຈອງທີ່ດິນບໍ່ຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ຫານແກ້ໄຂປາກົດການຫຍໍ້ທໍ້ທີ່ມີລັກສະນະຕັ້ງໜ້າ ໃຫ້ຫຼຸດໜ້ອຍຖອຍລົງ ຕ້ອງປະກອບສ່ວນຢ່າງຕັ້ງໜ້າ ສະກັດກັ້ນຈຸດຫຼໍ່ແຫຼມ ເສັ້ນທາງລີ້ຊ່ອນຂອງເປົ້າໝາຍການຄ້າຂາຍ-ນໍາສົ່ງຢາເສບຕິດ ເພີ່ມທະວີຄວາມເຂັ້ມແຂງ ໜັກແໜ້ນ ຂອງກອງທັບໃຫ້ກ້າວຂຶ້ນສູ່ລະດັບສູງ ສ້າງເງື່ອນໄຂກົນໄກປະສານງານລະຫວ່າງກອງທັບ ແລະ ອົງການປົກຄອງເມືອງນາຊາຍທອງ ໃຫ້ມີການເຊື່ອມຈອດກັນຢ່າງເປັນຮູບປະທໍາ ແລະ ໃຫ້ມີຜະລິດຕະພັນໃໝ່ທີ່ເກີດຂຶ້ນ ແລະ ອື່ນໆ. ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານ ອາດສະພັງທອງ ສີພັນດອນ ພ້ອມຄະນະ ຍັງໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ແກ່ກອງພັນ 513 ປະກອບມີ ຜ້າອັດປາກ-ອັດດັງ 10 ແກັດ ເຂົ້າສານ 10 ເປົາ ປາກະປ໋ອງ ແລະ ນໍ້າປາ ຢ່າງລະ 5 ແກັດ ເຈວລ້າງມື 3 ແກັດ ໝີ່ສໍາເລັດຮູບ 1 ແກັດ ຢາຖູແຂ້ວ 3 ແກັດ ຢາສະຜົມ 1 ແກັດ ສະບູ 2 ແກັດ ແລະ ຢາທາບາດແຜ 10 ແກັດ ນອກນີ້ ຍັງມີເງິນສົດ 33 ລ້ານກີບ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!