ກົມສົ່ງເສີມການລົງທຶນ ສຸມໃສ່ການຈັດຕັ້ງປະຕິບັດແຜນດໍາເນີນງານປີ 2021

    ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດແຜນ​ດຳ​ເນີນ​ງານປີ 2021 ການປັບປຸງແຜນວຽກບູລິມະສິດຂອງແຜນ​ດຳ​ເນີນ​ງານປີ 2022 ແລະ ວຽກງານບໍລິການ ການລົງທຶນປະຕູດຽວ ແລະ ບັນຊີກິດຈະການຄວບຄຸມທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຂຶ້ນໃນວັນທີ 19 ມັງ​ກອນ 2022 ໂດຍເປັນປະທານຂອງທ່ານນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງລັດ​ຖະ​ມົນ​ຕີກະ​ຊວງ​ແຜນ​ການ ແລະ ການລົງ​ທຶນ ມີບັນດາຜູ້ຕາງໜ້າຈາກຄະນະຮັບຜິດຊອບປັບປຸງຕົວຊີ້ວັດຈາກ 7 ກະ​ຊວງ ສານ​ປະ​ຊາ​ຊົນ​ສູງ​ສຸດ ລັດ​ວິ​ສາ​ຫະ​ກິດໄຟ​ຟ້າລາວ ບໍ​ລິ​ສັດຂໍ້​ມູນ​ຂ່າວ​ສານສິນ​ເຊື່ອແຫ່ງ ສ​ປ​ປ ລາວ ແລະ ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຫຼັກ​ຊັບ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຈາກ​ນະ​ຄອນ​ຫຼວງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳແຫ່ງຊາດລາວ ເຂົ້າຮ່ວມ.

    ທ່ານນາງ ຄຳ​ຈັນ ວົງ​ແສນ​ບູນ ກ່າວວ່າ: ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ 03/ນຍ ໃນໄລຍະຜ່ານມາ ເຫັນວ່າຫຼາຍຂະແໜງການໄດ້ເຮັດສໍາເລັດການປັບປຸງກົນໄກ ບັນດາລະບຽບການ ແລະ ນິຕິກໍາຫຼາຍສະບັບ ຕາມຂອບເຂດສິດ ແລະ  ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຫຼຸດຂອດຂັ້ນ ເວລາ ແລະ ຄ່າໃຊ້ຈ່າຍຕ່າງໆໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກງ່າຍດາຍຂຶ້ນກວ່າເກົ່າ  ຄຽງຄູ່ກັນນັ້ນ ວຽກງານການຫັນເປັນທັນສະໄໝ ເພື່ອປັບປຸງການເຊື່ອມຕໍ່ການບໍລິການຜ່ານລະບົບເອເລັກໂຕຣນິກ ກໍໄດ້ຮັບການເອົາໃຈໃສ່ ແລະ ມີຄວາມຄືບໜ້າສົມຄວນ.

    ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ພວກເຮົາກໍຍັງມີສິ່ງທ້າທ້າຍຫຼາຍຢ່າງທີ່ຕ້ອງໄດ້ຮ່ວມມືກັນເລັ່ງແກ້ໄຂ ແລະ ປັບປຸງໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານໄດ້ຕັ້ງໄວ້ ສືບຕໍ່ເປັນເຈົ້າການຕື່ມໃນການຈັດຕັ້ງປະຕິບັດ ໂດຍມີແບບແຜນຢ່າງລະອຽດ ຄົ້ນຄວ້າປັບປຸງສ້າງແຜນກິດຈະກໍາໃຫ້ສອດຄ່ອງກັບສະພາບປົກກະຕິໃໝ່ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອໃຫ້ສາມາດເຄື່ອນໄຫວແຜນກິດຈະກຳສໍາເລັດຕາມເປົ້າໝາຍ ແລະ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ມີປະສິດທິພາບ ແລະ ໃຫ້ມີລັກສະນະບຸກທະລຸຢ່າງແຂງແຮງກວ່າເກົ່າ ໃນຂະນະດຽວກັນ ກໍສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ລະບຽບການທີ່ໄດ້ປັບປຸງແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ເປັນເອກະພາບ ກາຍເປັນກໍາລັງທີ່ສໍາຄັນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະໃຫ້ບັນລຸຄາດໝາຍທີ່ວາງໄວ້.

    ໃນຕອນທ້າຍຂອງການປິດກອງປະຊຸມ ທ່ານປະ​ທານກອງ​ປະ​ຊຸມໄດ້​ຮຽກ​ຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບແຕ່ລະຂະແໜງການ ເອົາ​ໃຈ​ໃສ່ ແລະ ສືບ​ຕໍ່ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ຄຳ​ສັ່ງ​ເລກ​ທີ 02/ນຍ ແລະ 03/ນຍ ເຖິງ​ແມ່ນ​ວ່າຈະບໍ່ມີການປະເມີນອັນດັບຄວາມສະດວກໃນການດໍາເນີນທຸລະກິດໂດຍກຸ່ມທະນາຄານໂລກ ຕາມຖະແຫຼງການຢຸດຕີພິມບົດລາຍງານການປັບປຸງສະພາບການດໍາເນີນທຸລະກິດ ກໍໃຫ້ສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງທັງ 10 ຕົວຊີ້ວັດ ລວມທັງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຄົ້ນຄວ້າຍົກລະດັບກົນໄກທີ່ມີຢູ່ແລ້ວ ຫັນມາເປັນການປະເມີນພາຍໃນ ສໍາລັບຂໍ້​ຄົງ​ຄ້າງທີ່​ຕິ​ພັນ​ກັບຄໍາສັ່ງເລກທີ 03/ນຍ ກໍເຫັນວ່າທຸກຂະແໜງການໄດ້ສໍາເລັດການສ້າງຕັ້ງໜ່ວຍງານການບໍລິການການລົງທຶນປະຕູດຽວ ແລະ ປະກອບເຂົ້າໃນຄະນະ ຄໍາສັ່ງເລກທີ 03/ນຍ ແຕ່ກົນໄກປະສານງານ ແລະ ການລາຍງານຍັງບໍ່ເປັນປົກກະຕິ ສືບຕໍ່ເອົາໃຈໃສ່ທົບທວນ ຄົ້ນຄວ້າ ແລະ ປັບປຸງບັນຊີກິດຈະການຄວບຄຸມຂອງຂະແໜງການຕົນ ໂດຍເນັ້ນໃສ່ບັນດາໂຄງການທີ່ມີລັກສະນະຍຸດທະສາດ ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເພື່ອເອົາເຂົ້າມາຄວບຄຸມ ແລະ ຫັນທິດໃຫ້ຂັ້ນທ້ອງຖິ່ນອະນຸມັດ ແລະ ຄຸ້ມຄອງໃຫ້ຫຼາຍຂຶ້ນ.

    ອີກ​ບັນ​ຫາ​ໜຶ່ງ​ທີ່​ພວກ​ເຮົາ​ຍັງ​ຈະ​ຕ້ອງສືບຕໍ່ແກ້ໄຂບັນຫາ ການອະນຸມັດການລົງທຶນທີ່ຍັງຊັກຊ້າ ຫຼາຍຂັ້ນຫຼາຍຂອດ ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງດຳລັດ ສະບັບເລກທີ 05/ນຍ ລົງວັນທີ 05/01/2018 ກ່ຽວກັບວຽກງານການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ  ໂດຍສະເໜີໃຫ້ມີການປັບປຸງບາງມາດຕາໃໝ່ຄື: ມາດຕາທີ  6ວ່າດ້ວຍໂຄງປະກອບບຸຄະລາກອນ ມາດຕາ 7  ວ່າດ້ວຍກຳນົດເວລາການພິຈາລະນາຄຳຮ້ອງຂໍລົງທຶນກິດຈະ ການໃນບັນຊີຄວບຄຸມ ມາດຕາ  8 ວ່າດ້ວ ກຳນົດເວລາການພິຈາລະນາ ຄໍາຮ້ອງຂໍລົງທຶນໃນກິດຈະການສຳປະທານ ເເລະ ມາດຕາ 10 ວ່າດ້ວຍແບບແຜນວິທີເຮັດວຽກ ພ້ອມນີ້ ກໍຍັງໄດ້ສະເໜີເອົາບາງມາດຕາຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນເຂົ້າມາຜັນຂະຫຍາຍຢູ່ໃນດໍາລັດສະບັບປັບປຸງໃໝ່ ຄື: ມາດຕາ 37  ແລະ ມາດຕາ 46 ຮ່າງດຳລັດສະບັບປັບປຸງດັ່ງກ່າວ ແມ່ນໄດ້ສົ່ງໄປຍັງທ່ານນາຍົກລັດຖະມົນຕີ ຕາມໜັງສືລາຍງານ ສະບັບເລກທີ 1070/ກຜທ.ລທ6  ລົງວັນທີ 9 ກໍລະກົດ 2021 ປັດຈຸບັນ ແມ່ນຍັງລໍຖ້າການອະນຸມັດຈາກທ່ານນາຍົກລັດຖະມົນຕີ.

# ຂ່າວ & ພາບ : ສີພອນ

error: Content is protected !!