ມື້ນີ້ ໂຄວິດຕິດເຊື້ອ 1.281 ກໍລະນີ ມີເສຍຊີວິດເພີ່ມອີກ 7

    ວັນທີ 18 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5,298 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.281 ຄົນ (ຕິດເຊື້ອພາຍໃນ 1,279 ຄົນ ແລະ ນໍາເຂົ້າ 02 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1,279 ຄົນ ຈາກ 17 ແຂວງ ແລະ ນະຄອນ ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ໄຊຍະບູລີ 606 ຄົນ
  2. ນະຄອນຫຼວງ 227 ຄົນ
  3. ຊຽງຂວາງ 79 ຄົນ
  4. ຜົ້ງສາລີ 52 ຄົນ
  5. ຫຼວງນ້ຳທາ 37 ຄົນ
  6. ອຸດົມໄຊ 33 ຄົນ
  7. ສະຫວັນນະເຂດ 30 ຄົນ
  8. ວຽງຈັນ 30 ຄົນ
  9. ບໍລິຄຳໄຊ 26 ຄົນ
  10. ໄຊສົມບູນ 22 ຄົນ
  11. ຄຳມ່ວນ 22 ຄົນ
  12. ສາລະວັນ 20 ຄົນ
  13. ບໍ່ແກ້ວ 19 ຄົນ
  14. ຫຼວງພະບາງ 19 ຄົນ
  15. ອັດຕະປື 18 ຄົນ
  16. ຈຳປາສັກ 16 ຄົນ
  17. ເຊກອງ 12 ຄົນ
  18. ຫົວພັນ 11 ຄົນ

    • ສໍາລັບການຕິດເຊື້ອນໍາເຂົ້າ ມີ 02 ຄົນ ຈາກ ບໍ່ແກ້ວ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    • ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 127,347 ກໍລະນີ ອອກໂຮງໝໍວານນີ້ 355 ຄົນ  ກຳລັງປິ່ນປົວ 8,166 ຄົນ ແລະ ເສຍຊີວິດສະສົມທັງໝົດ 507 ຄົນ (ເສຍຊີວິດໃໝ່ 07 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 07 ຄົນ ຈາກ ແຂວງວຽງຈັນ 3 ຄົນ ໄຊຍະບູລີ 1 ຄົນ ບໍລິຄຳໄຊ 1 ຄົນ ຄຳມ່ວນ 1 ຄົນ ແລະ ຊຽງຂວາງ 1 ຄົນ.

        # ຂ່າວ & ພາບ : ວຽງມາ

error: Content is protected !!