ສະຫາຍເລຂາທິການໃຫຍ່ ຢ້ຽມຢາມນາຍ ແລະ ພົນທະຫານ ກອງພົນທີ 4

    ວັນທີ 18 ມັງກອນ 2022 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງພົນທີ 4 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/1/1949-20/1/2022) ໂດຍການຕ້ອນຮັບຢ່າງອົບອຸ່ນ ຈາກການນຳແຂວງສະຫວັນນະເຂດ ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງທົ່ວກອງພົນທີ 4 ແລະ ອຳນາດການປົກຄອງແຂວງເຂົ້າຮ່ວມ.

    ໃນການລົງຢ້ຽມຢາມຄັ້ງ​ນີ້ ສະຫາຍເລຂາທິການໃຫຍ່ ໄດ້ຮັບຟັງການລາຍງານຫຍໍ້ຈາກສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ກ່ຽວກັບຜົນງານການເຄື່ອນໄຫວຕະຫຼອດໃນໄລຍະທີ່ຜ່ານມາ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພົນທີ 4 ໄດ້ເປັນເຈົ້າການເຄື່ອນໄຫວເຮັດໜ້າທີ່ການເມຶອງຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຈັດປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກສໍາເລັດເປັນກ້າວໆມາ. ໃນນີ້, ໄດ້ປະສານສົມທົບກັບກົມກອງ ອໍານາດການປົກຄອງແຂວງ ບັນດາເມືອງ ເພື່ອຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມປະຊາຊົນ ໂດຍສະເພາະແມ່ນສຸມໃສ່ຂອບເຂດກົມກອງຮັບຜິດຊອບ ຊຶ່ງມີ 65 ບ້ານ 7 ເມືອງ ລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ໃນທ່າມກາງການລະບາດຂອງເຊື້ອພະຍາດໂຄວິດ-19. ພ້ອມນັ້ນ ໄດ້ສຸມໃສ່ການປັບປຸງພື້ນຖານໂຄງລ່າງປະຕິບັດຕາມທິດກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ ຄຽງຄູ່ກັບການກໍ່ສ້າງກອງທັບປອດໃສ ປອດໄພ ປອດຄະດີ ສຸມໃສ່ວຽກງານຮັບປະກັນແກ້ໄຂຊີວິດການເປັນຢູ່ບົນພື້ນຖານຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

    ໂອກາດນີ້ ສະຫາຍເລຂາທິການໃຫຍ່ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານທີ່ກອງພົນທີ 4 ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່ ຄະນະພັກ-ຄະນະບັນຊາ ພ້ອມພະນັກງານທຸກຂັ້ນ ຂອງກອງພົນທີ 4 ຕ້ອງຍົກສູງການນໍາພາຢ່າງຮອບດ້ານເພື່ອຮັບປະກັນໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ສຸມໃສ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ພາຍໃນມີຄວາມເຂັ້ມແຂງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອພິລະອາດຫານ ດຸໝັ່ນຂະຫຍັນພຽນ ບົນຈິດໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນເລື້ອຍໆ ເພື່ອພ້ອມກັນສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝເທື່ອລະກ້າວໆ ພ້ອມກັນນັ້ນກໍຕ້ອງຍົກສູງສະຕິລະວັງຕົວ ກໍາແໜ້ນທຸກສະພາບການເພື່ອສະກັດກັ້ນສະພາບການທີ່ອາດ​ຈະເກີດ​ຂຶ້ນໃຫ້ທັນກັບເວລາ ຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກ່ວາເກົ່າ ແຕ່ປັດໄຈຕ້ອງຍົກສູງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ ມີແບບແຜນວີທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເປັນແບບຢ່າງໃນທຸກຂົງເຂດວຽກງານ ພ້ອມກັນປັບປຸງກໍ່ສ້າງກໍາລັງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ເປັນລະບຽບຮຽບຮ້ອຍ ເພື່ອໃຫ້ມີບາດກ້າວໃໝ່ ສຸມໃສ່ຝຶກແອບຮໍ່າຮຽນທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມຊໍຳນິຊໍານານ ມີໄຫວພິກທີ່ຄ່ອງແຄ້ວ ພ້ອມກັນເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້. ພ້ອມນັ້ນ, ສະຫາຍ ເລຂາທິການໃຫຍ່ຍັງໄດ້ຍົກໃຫ້ເຫັນເຖິງບັນຫາສະພາບການພາກພື້ນຂອງໂລກ ແລະ ສະພາບພາຍໃນປະເທດ.

    ໂອກາດມາຢ້ຽມຢາມ​ຄັ້ງ​ນີ້ ສະຫາຍ ເລຂາທິການໃຫຍ່ ຍັງໄດ້ນຳເອົາວັດຖຸປັດໄຈຈໍານວນໜຶ່ງມາມອບໃຫ້ກອງພົນທີ 4 ຈາກນັ້ນ ສະຫາຍເລຂາທິການໃຫຍ່ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມສູນເຕັກນິກກອງພົນທີ 4 ອີກດ້ວຍ.

error: Content is protected !!