ວາງສີລາລຶກກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບແຫ່ງທຳອິດຂອງແຂວງຄຳມ່ວນ

    ຕົ້ນເດືອນມັງກອນ 2022 ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນ ສອງເໜືອງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ວາງສີລາເລີກໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດ ນາມ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ຫວູ ຕູ ແອງ ທີ່ປຶກສາສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳລາວ ບັນດາທ່ານຈາກພະແນການ ກົມທີ່ກ່ຽວຂ້ອງ ອຳນາດການປົກຄອງບ້ານ ແລະ ແຂກຖຶກເຊີນເຂົ້າຮ່ວມ.

    ໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ໄດ້ຮັບທຶນກໍ່ສ້າງ ແລະ ເປັນຂອງຂວັນຈາກທ່ານ ຫງວຽນ ຊວນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ມອບທຶນໃນການກໍ່ສ້າງໂຮງຮຽນວິຊາຊີບຢູ່ແຂວງຄຳມ່ວນ 5 ລ້ານໂດລາສະຫະລັດ ປະມານ 56 ຕື້ກີບ ໃນນີ້ ໄດ້ຈັດສັນງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ 3 ລ້ານໂດລາ ປະມານ 33 ຕື້ກີບ ນຳໃຊ້ເຂົ້າໃນການສະໜອງອຸປະກອນເຕັກນິກ ແລະ ວັດສະດຸ 1 ລ້ານກວ່າໂດລາ ປະມານ 11 ຕື້ກີບ ແລະ ວຽກງານວິຊາການ ເຝິກອົບຮົມ ບໍລິຫານ 5 ແສນໂດລາ ປະມານ 5 ຕື້ກີບ ໂດຍປະຕິບັດຕາມສັນຍາສະບັບເລກທີ 1.284/ສສກ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ມອບໃຫ້ບໍລິສັດ ຈິດຈະເລີນ ກໍ່ສ້າງຈຳກັດເປັນຜູ້ຮັບເໜົາກໍ່ສ້າງໃນມູນຄ່າ 2 ລ້ານກວ່າໂດລາ ປະມານ 22 ຕື້ກີບ ປະກອບມີການກໍ່ສ້າງອາຄານຮຽນ 4 ຫຼັງ ອາຄານບໍລິຫານ 1 ຫຼັງ ກໍ່ສ້າງຫໍພັກ 2 ຊັ້ນ 3 ຫຼັງ ຫ້ອງທົດລອງ 1 ຫຼັງ ຫ້ອງບໍລິຫານ 1 ຫຼັງ ໂຮງຊ່າງ 4 ຫຼັງ (ໄຟຟ້າ ສ້ອມແປງ ກໍ່ສ້າງເຄຫະສະຖານ ແລະ ກະສິກໍາ) ກໍ່ສ້າງລະບົບຫ້ອງນໍ້າຊາຍ-ຫ້ອງນໍ້າຍິງ ກໍ່ສ້າງລະບົບເສັ້ນທາງສັນຈອນພາຍໃນໂຮງຮຽນ ກໍ່ສ້າງລະບົບນໍ້າໃຊ້-ນໍ້າເສຍ ແລະ ອື່ນໆ ຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ແລະ ໃຫ້ສຳເລັດການກໍ່ສ້າງພາຍໃນ 11 ເດືອນ ຕາມແຜນຂອງໂຄງການ ປະມານທ້າຍປີ 2022 ສຳເລັດ.

    ທ່ານ ນາງ ຫວູ ຕູແອ໋ງ ໄດ້ກ່າວວ່າ : ການກໍ່ສ້າງໂຮງຮຽນແບບພິເສດຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມຍິ່ງໃຫຍ່ແຫ່ງການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນທັງສອງປະເທດຫວຽດນາມ-ລາວ ລາວ-ຫວຽດນາມ ເພື່ອສືບຕໍ່ໃນການຮັກສາຄວາມສາມັກຄີຍິ່ງໃຫຍ່ໃນການ ພົວພັນຮ່ວມມື ຢັ້ງຢືນໂຄງການນີ້ຈະສຳເລັດ ແລະ ເປີດການນຳໃຊ້ໃນທ້າຍປີ 2022 ເພື່ອເປັນການສະເຫຼີມສະຫຼອງ ແລະ ຄຳນັບຊົມເຊີຍ 2 ວັນປະຫວັດສາດ ຄື: 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດ ຫວຽດນາມ-ລາວ ແລະ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ແລະ ລາວ-ຫວຽດນາມ.

    ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ : ໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ແມ່ນໂຄງການທີມີຄວາມໝາຍຄວາມສໍາຄັນທີ່ສຸດ ຕໍ່ແຜນພັດທະນາຂະ    ແໜງການສຶກສາທິການ ແລະ ກີລາ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ ໂຄງການກໍ່ສ້າງໂຮງຮຽນວິຊາຊິບຕົວແບບແຫ່ງນີ້ ເປັນໂຮງຮຽນແຫ່ງທຳອິດຂອງແຂວງທີ່ປະຕິບັດ 2 ຫຼັກ ສູດ ການຮຽນ-ການສອນຄວບຄູ່ກັນໄປ ພາຍຫຼັງໂຄງການສຳເລັດ ແລະ ເປີດນຳໃຊ້ ຈະກາຍເປັນສະຖານທີ່ສຳຄັນໃນການເຝິກອົບຮົມວິຊາຊີບໃຫ້ນັກຮຽນມັດທະຍົມ ຜູ້ວ່າງງານ ຜູ້ດ້ອຍໂອກາດ ຜູ້ກຳລັງຊອກອາຊີບ ແລະ ຜູ້ຕ້ອງການປ່ຽນອາຊີບ ໂດຍສະເພາະ ຈະຊ່ວຍແກ້ໄຂບັນຫາແຮງງານຂາດສີມືທິ່ເດີນທາງກັບຈາກການໄປອອກແຮງງານຢູ່ຕ່າງປະເທດ ໄດ້ເຂົ້າມາເຝິກອົບຮົມວິຊາຊີບພັດທະນາສີມືແຮງງານ ແລະ ສ້າງເງື່ອນໄຂໃຫ້ມີວຽກເຮັດງານທຳ

# ຂ່າວ & ພາບ : ບຸນມີ

error: Content is protected !!