ລົງຊຸກຍູ້ ວຽກງານກະກຽມຄວາມພ້ອມຮອບດ້ານໃນການຈະເປີດຮຽນຄືນໃໝ່

    ຄະນະນຳພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ ລົງຕິດຕາມຊຸກຍູ້ວຽກງານການກະກຽມຄວາມພ້ອມຮອບດ້ານ ໃນການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນຄືນໃໝ່ (ແບບເຊິ່ງໜ້າ) ທົ່ວເມືອງຈອມເພັດ ແຂວງຫຼວງພະບາງ ປະຈຳສົກຮຽນ 2021-2022 ເມື່ອວັນທີ 6 ມັງກອນ 2022 ຜ່ານມາ ທີ່ຫ້ອງການສຶກສາທິການ ແລະ ກີລາເມືອງຈອມເພັດ ໂດຍມີທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ພ້ອມດ້ວຍຄະນະທິມງານ ມີທ່ານນາງ ຈັນສະໝຸດ ສຸກຂະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຈອມເພັດ ພ້ອມຄະນະ ບັນດາທ່ານຜູ້ອຳນວຍການໂຮງຮຽນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ຈັນສະໝຸດ ສຸກຂະເສີມ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວເມືອງຈອມເພັດມີ 69 ບ້ານ ປະກອບມີ 6.111 ຄອບຄົວ ມີພົນລະເມືອງທັງໝົດ 34.784 ຄົນ ຍິງ 16.783 ຄົນ ສົກຮຽນ 2021-2022 ທົ່ວເມືອງມີໂຮງຮຽນທັງໝົດ 88 ແຫ່ງ ໃນນີ້ ຫ້ອງລ້ຽງເດັກ 1 ຫ້ອງ ອະນຸບານ 10 ແຫ່ງ ຫ້ອງກຽມປະຖົມ 26 ແຫ່ງ ມູນລະປະຖົມ 11 ແຫ່ງ ປະຖົມສົມບູນ 60 ແຫ່ງ ມັດທະຍົມຕົ້ນ 4 ແຫ່ງ ແລະ ມັດທະຍົມສົມບູນ 3 ແຫ່ງ ໄລຍະຜ່ານມາ ໂຮງຮຽນທີ່ຖືກຈັດເປັນສູນກັກຕົວ ແລະ ປິ່ນປົວຄົນຕິດເຊື້ອມີ 3 ແຫ່ງ ມາເຖິງປັດຈຸບັນ ໂຮງຮຽນດັ່ງກ່າວໄດ້ຮັບຄືນ ແລະ ໄດ້ສີດຢາຂ້າເຊື້ອແລ້ວ ມີຄູ-ອາຈານທັງໝົດ 340 ຄົນ ຍິງ 196 ຄົນ ໄດ້ຮັບວັກຊິນຄົບໂດສທຸກຄົນ ແລະ ໄດ້ຮັບເຂັມກະຕຸ້ນເຂັມທີ 3 ຈຳນວນ 193 ຄົນ ຍິງ 81 ຄົນ ມີນັກຮຽນທັງໝົດ 6.354 ຄົນ ຍິງ 2.969 ຄົນ ນັກຮຽນໃນເກນອາຍຸ 12-17 ປີ ໄດ້ຮັບວັກຊິນຈຳນວນ 1.754 ຄົນ ຍິງ 845 ຄົນ.

    ເລີ່ມແຕ່ວັນທີ 29 ພະຈິກ 2021 ເປັນຕົ້ນມາ ເມືອງຈອມເພັດສາມາດເປີດການຮຽນ-ການສອນໄດ້ 63 ແຫ່ງ ແລະ ເປີດຮຽນໄດ້ 1 ອາທິດ ກໍໄດ້ມີການໂຈະການຮຽນຈົນເຖິງປັດຈຸບັນ ເນື່ອງຈາກວ່າຢູ່ເມືອງດັ່ງກ່າວໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ ແລະ 15 ໂຮງຮຽນແມ່ນບໍ່ສາມາດຈັດການຮຽນ-ການສອນໄດ້ ຕະຫຼອດໄລຍະຜ່ານມາ ທາງຄະນະນຳຂອງເມືອງ ກໍຄືຄະນະສະເພາະກິດຂັ້ນເມືອງ ໄດ້ລົງປະເມີນຕາມຮ່າງ 10 ມາດຕະການ ແລະ 40 ຂໍ້ແນະນຳຂອງກະຊວງສາທາລະນະສຸກວາງອອກ ແມ່ນສາມາດບັນລຸໄດ້ຕາມເປົ້າໝາຍ ພ້ອມທັງມີຄວາມພ້ອມຮອບດ້ານໃນການທີ່ຈະຈັດການຮຽນ-ການສອນຄືນໃໝ່ໃນທຸກຊັ້ນຮຽນໄດ້.

    ໂອກາດນີ້ ທ່ານ ປອ ນາງ ບົວລອຍ ອິດທິພອນ ໄດ້ນໍາເອົາອຸປະກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ຈຳນວນໜຶ່ງມອບໃຫ້ຫ້ອງການສຶກສາທິການ ແລະ ກີລາເມືອງ ພ້ອມໂຮງຮຽນທຸກແຫ່ງທົ່ວເມືອງ ເຊີ່ງອຸປະກອນດັ່ງກ່າວ ປະກອບມີສະບູ່ ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມ ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານຄູ-ອາຈານ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ສຳເລັດ ໂດຍຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ເພື່ອໃຫ້ການດຳເນີນການຮຽນ-ການສອນແບບເຊີ່ງໜ້າໃຫ້ໄດ້ເປັນປົກກະຕິ ແລະ ປອດໄພຈາກພະຍາດໂຄວິດ-19.

# ຂ່າວ & ພາບ : ບຸນມີ

error: Content is protected !!