ມູນຄ່າການນໍາເຂົ້າ ແລະ ສົ່ງອອກເດືອນທັນວາ ປີ 2021 ບັນລຸໄດ້ຫຼາຍຕື້ໂດລາສະຫະລັດ

    ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈຳເດືອນທັນວາ 2021 ຜ່ານມາ ມີມູນຄ່າສູງເຖິງ 1,184 ຕື້ໂດລາ ໃນນີ້ ມູນຄ່າການສົ່ງອອກ ປະມານ 552 ລ້ານໂດລາ ແລະ ການນໍາເຂົ້າ 632 ລ້ານໂດລາ.

    ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈໍາເດືອນທັນວາ ປີ 2021 ບັນລຸໄດ້ປະມານ 1,184 ຕື້ໂດລາສະຫະລັດ ໃນນັ້ນ ມູນຄ່າການສົ່ງອອກ ມີປະມານ 552 ລ້ານໂດລາ ແລະ ການນໍາເຂົ້າ ມີປະມານ 632 ລ້ານໂດລາ ຂາດດຸນການຄ້າປະມານ 80 ລ້ານໂດລາ

    10 ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ໃນເດືອນທັນວາ 2021 ປະກອບມີ ຄຳປະສົມ (ຄຳແທ່ງ) 102 ລ້ານໂດລາ ມັນຕົ້ນ 60 ລ້ານໂດລາ ຢາງພາລາ 46 ລ້ານໂດລາ ແຮ່ທອງ 19 ລ້ານໂດລາ ເຄື່ອງ ນຸ່ງຫົ່ມ 17 ລ້ານໂດລາ ໝາກກ້ວຍ 15 ລ້ານໂດລາ ນ້ຳຕານ 12 ລ້ານໂດລາ ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 9 ລ້ານໂດລາ ສາລີ 6 ລ້ານໂດລາ ແລະ ກາເຟ (ບໍ່ທັນໄດ້ປຸງແຕ່ງ) 6 ລ້ານໂດລາ.

        ສຳລັບ10 ສິນຄ້ານຳເຂົ້າຫຼັກໃນເດືອນທັນວາ 2021 ນ້ຳມັນກາຊວນ 48 ລ້ານໂດລາ ພາຫະນະທາງບົກ (ນອກຈາກລົດຈັກ ລົດໄຖ) 46 ລ້ານໂດລາ ແກ້ວປະເສີດ ຫຼື ເຄິ່ງປະເສີດ 32 ລ້ານໂດລາອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 27 ລ້ານໂດລາ ເຄື່ອງດື່ມ (ນໍ້າ ນໍ້າອັດລົມຊູກໍາລັງ…) 26 ລ້ານໂດລາ ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ ແວ່ນ ໂສ້…) 18 ລ້ານໂດລາ ນ້ຳມັນແອັດຊັງ ແອັດຊັງພິເສດ 14 ລ້ານໂດລາເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 14 ລ້ານໂດລາ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 12 ລ້ານໂດລາ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ 10 ລ້ານໂດລາ

    ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີຈີນ 210 ລ້ານໂດລາສະຫະລັດ ຫວຽດນາມ 122 ລ້ານໂດລາສະຫະລັດ ໄທ 101 ລ້ານໂດລາສະຫະລັດ ອິນເດຍ 12 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 8 ລ້ານໂດລາສະຫະລັດ ແລະ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ ໄທ 325 ລ້ານໂດລາສະຫະລັດ ຈີນ 111 ລ້ານໂດລາສະຫະລັດ ຫວຽດນາມ 52 ລ້ານໂດລາສະຫະລັດ ຢີ່ປຸ່ນ 16 ລ້ານໂດລາສະຫະລັດ ແລະ ສະຫະລັດອາເມຣິກາ 10 ລ້ານໂດລາສະຫະລັດ.

    ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ ສໍາລັບມູນຄ່າການສົ່ງອອກໄຟຟ້າ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!