ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 733 ຄົນ ແລະ ເສຍຊີວິດ 3 ຄົນ

   ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະສະສຸກ ຖະແຫຼງຂ່າວປະຈຳວັນທີ 18 ມັງກອນ 2022 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 17 ມັງກອນ 2022 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.597 ຕົວຢ່າງ ຜົນກວດທົ່ວປະເທດພົບຜູ້ເຊື້ອທັງໝົດ 733 ຄົນ ໃນນັ້ນ ນະຄອນຫຼວງ 222 ຄົນ  ແຂວງຜົ້ງສາລີ 67 ຄົນ  ບໍລິຄຳໄຊ 62 ຄົນ ອຸດົມໄຊ 60 ຄົນ  ຫົວພັນ 52 ຄົນ  ວຽງຈັນ 36 ຄົນ ໄຊຍະບູລີ 35 ຄົນ ໄຊສົມບູນ 29 ຄົນ ຊຽງຂວາງ 28 ຄົນ ຫຼວງພະບາງ 28 ຄົນ ບໍ່ແກ້ວ 22 ຄົນ ຄຳມ່ວນ 20 ຄົນ ເຊກອງ 19 ຄົນ ອັດຕະປື 18 ຄົນ ສາລະວັນ 14 ຄົນ ສະຫວັນນະເຂດ 12 ຄົນ ຫຼວງນ້ຳທາ 4 ຄົນ ຈຳປາສັກ 2 ຄົນ ສໍາລັບການຕິດເຊື້ອນໍາເຂົ້າມີ 3 ຄົນ ຈາກ ສະຫວັນນະເຂດ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

     ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 126.066 ກໍລະນີ ອອກໂຮງໝໍ ວັນທີ 17 ມັງກອນຜ່ານມາ 344 ຄົນ ກຳລັງປິ່ນປົວ 8.223 ຄົນ ແລະ ເສຍຊີວິດສະສົມທັງໝົດ 500 ຄົນ (ເສຍຊີວິດໃໝ່ 3 ຄົນ) ສຳລັບກໍລະນີຜູ້ເສຍຊີວິດໃໝ່ 3 ຄົນ ແມ່ນຈາກແຂວງຫຼວງພະບາງ  ຄຳມ່ວນ ແລະ ແຂວງຊຽງຂວາງແຂວງລະ 1 ຄົນ.

      ເພື່ອຫຼຸດຜ່ອນຄວາມຮຸນແຮງ ແລະ ເສຍຊີວິດ ເຊີນຊວນບັນດາທ່ານພ້ອມໃຈກັນ ໄປຮັບການສັກວັກຊີນຢູ່ຈຸດບໍລິການໃກ້ບ້ານທ່ານ  ສຳລັບທ່ານທີ່ສັກວັກຊີນ Johnson & Johnson ຄົບ 3 ເດືອນແລ້ວ ສາມາດໄປສັກເຂັມກະຕຸ້ນ ຫຼື ເຂັມ 3 ໄດ້ ສ່ວນວັກຊີນຊະນິດອື່ນໆ ແມ່ນຕ້ອງສັກຄົບທຸກເຂັມທີ່ແພດແນະນຳໃຫ້ຄົບ 5 ເດືອນ ຈຶ່ງສາມາດໄປສັກເຂັມກະຕຸ້ນໄດ້.  

     ສຳລັບແມ່ຍິງຖືພາ 12 ອາທິດຂຶ້ນໄປ ແລະ ແມ່ຍິງທີ່ກຳລັງໃຫ້ນົມລູກ ສາມາດສັກວັກຊີນຊະນິດຕ່າງໆໄດ້ຄື: Sinopharm/Sinovac, Pfizer, Johnson & Johnson ເຊິ່ງວັກຊີນຊະນິດດັ່ງກ່າວແມ່ນມີປະສິດທິຜົນ ພ້ອມທັງມີຄວາມປອດໄພທັງແມ່ ແລະ ລູກ. 

     ຮຽກຮ້ອງມາຍັງ ພວກເຮົາໝົດທຸກຄົນຈົ່ງຮ່ວມແຮງຮ່ວມໃຈ ສາມັກຄີກັນ ຕໍ່ສູ້ກັບພະຍາດ ແລະ ສາມາດດຳລົງຊີວິດຢູ່ຮ່ວມກັນກັບພະຍາດໂຄວິດ-19 ປະຈຳວັນໃຫ້ໄດ້ ເຊັ່ນ: ໃສ່ຜ້າປິດປາກດັງ ໝັ່ນລ້າງມືເລື້ອຍໆ ຮັກສາໄລຍະຫ່າງ ຫຼີກລ່ຽງໄປສະຖານທີ່ແອອັດ ບໍ່ຊຸມແຊວກັນເປັນກຸ່ມ ເພື່ອປ້ອງກັນຕົນເອງ ແລະ ຄົນໃນຄອບຄົວຂອງທ່ານໃຫ້ປອດໄພຈາກພະຍາດໂຄວິດ. 

. # ຂ່າວ – ພາບ :  ລັດເວລາ

error: Content is protected !!