ຍທຂ ຫາລືການເຄື່ອນໄຫວວຽກງານສຳຄັນ

   ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ 6 (ເປີດກວ້າງ) ສະໄໝທີ V ຈັດຂຶ້ນວັນທີ 18-19 ມັງກອນ 2022 ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ມີຮອງເລຂາ ຄະນະປະຈຳພັກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ວຽງສະຫວັດ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນຍິ່ງ ເພາະວ່າພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ສະຫຼຸບຕີລາຄາ ແລະ ປະກອບຄໍາຄິດເຫັນຕໍ່ກັບຫຼາຍວຽກງານສຳຄັນ ໃນການຊີ້ນຳ-ນໍາພາຂອງຄະນະພັກ ທີ່ຕິດພັນກັບວຽກງານວິຊາສະເພາະຂອງຂະແໜງ ຍທຂ ເປັນຕົ້ນ ຈະໄດ້ຮັງຟັງການຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານນໍາພາຂອງຄະນະບໍລິຫານງານພັກກະຊວງ ຍທຂ ປະຈຳປີ 2021 ແລະ ແຜນການ 2022 ບົດສະຫຼຸບການເຄື່ອນໄຫວນໍາພາຂອງຄະນະປະຈຳພັກກະຊວງ ປະຈຳປີ 2021 ແລະ ແຜນການປີ 2022 ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການຈັດຕັ້ງປະຕິບັດວຽກງານແຜນການ ລວມທັງບົດການສະຫຼຸບການຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2021 ແລະ ແຜນການປີ 2022 ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສຳຫຼວດນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຍທຂ 1 ປີຜ່ານມາ ແລະ ດຳເນີນການສຳຫຼວດຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ປະຈຳປີ 2021 ເຊິ່ງຈະແບ່ງອອກເປັນ 3 ໜ່ວຍ ເພື່ອຄົ້ນຄວ້າສຳຫຼວດ ປັບປຸງປົວແປງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານໃນຂົງເຂດທີ່ຕົນຮັບຜິດຊອບມີຜົນສຳເລັດຍິ່ງຂຶ້ນ.

     ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນໍາພາຂອງຄະນະບໍລິຫານງານພັກກະຊວງ ຍທຂ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະ ໄລຍະແຜ່ລະບາດຂອງພະຍາດໂຄວິດ-19 ຈະຕ້ອງໄດ້ເພີ່ມທະວີ ແລະ ຄວາມເອົາໃຈໃສ່ໃນການວາງມາດຕະການໃນຕໍ່ໜ້າຢ່າງເຂັ້ມງວດ  ທັງນີ້ກໍເພື່ອແນໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ແລະ ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ກອງປະຊຸມກໍານົດໄວ້ຕາມຄຳຂວັນຂະແໜງ ຍທຂ ທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ ມີຈຸດສຸມ ປະສິດທິຜົນສູງ ທັນສະໄໝ ປອດໄພ ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.

. # ຂ່າວ – ພາບ :  ລັດເວລາ

error: Content is protected !!