ລະບົບ ProMIS ຈະສ້າງເຂັ້ມແຂງໃນຂະແໜງກະສິກຳຂອງ ສປປ ລາວ

    ການເປີດຕົວນຳໃຊ້ລະບົບຕິດຕາມຂໍ້ມູນໂຄງການ ProMIS ຈັດຂຶ້ນວັນທີ 13 ມັງກອນ 2022 ທີ່ ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ນາຊາຣ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຊູຊາດ ໄຊຍະກຸມມານ ກ່າວວ່າ: ຄວາມສາມາດໃນການຕິດຕາມ ແລະ ປະເມີນກິດຈະກໍາຂອງໂຄງການທີ່ມີຄວາມສໍາຄັນຕໍ່ການວາງແຜນອະນາຄົດຂອງການພັດທະນາກະສິກໍາ ແລະ ປ່າໄມ້ໃນ ສປປ ລາວ ແມ່ນກຳລັງສ້າງຄວາມເຂັ້ມແຂງທາງດ້ານລະບົບການຕິດຕາມຂໍ້ມູນໂຄງການ ProMIS ໂດຍການຊ່ວຍເຫຼືອຈາກອົງການ FAO ແລະ ກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD). 

    ລະບົບການເຮັດວຽກຂອງ ProMIS ຈະອະນຸຍາດໃຫ້ຕິດຕາມດ້ານລາຍຈ່າຍງົບປະມານ ແລະ ການ ເຄື່ອນໄຫວຂອງບັນດາໂຄງການຕ່າງໆ ລວມທັງກອງທຶນແຫ່ງຊາດ ແລະ ການຊ່ວຍເຫຼືອດ້ານການພັດທະນາຈາກສາກົນ ການນໍາໃຊ້ລະບົບດັ່ງກ່າວນີ້ ແມ່ນມີຄວາມງ່າຍດາຍສໍາລັບພະນັກງານ ເຊິ່ງຜູ້ຮັບຜິດຊອບວຽກຈະສາມາດກວດສອບຜົນໄດ້ຮັບຂອງໂຄງການທີ່ເຂົາເຈົ້າຮັບຜິດຊອບ ແລະ ລາຍງານກິດຈະກໍາຢ່າງຖືກຕ້ອງ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສາມາດຄວບຄຸມຄຸນະພາບໄດ້ຢ່າງຕໍ່ເນື່ອງ. 

    ທ່ານ ນາຊາຣ ຮາຢັດ ກ່າວຕື່ມວ່າ: ລະບົບ ProMIS ໃນປັດຈຸບັນ ໄດ້ສະໜອງການພັດທະນາລະບົບຂໍ້ມູນຄັ້ງໃຫຍ່ ເພື່ອເປັນການຕັດສິນໃຈທີ່ເຂັ້ມແຂງໃນຂະແໜງກະສິກຳ ແລະ ໂດຍສະເພາະຢ່າງຍິ່ງແມ່ນເປັນປະໂຫຍດໃນການປັບປຸງກິດຈະກຳໂຄງການ ສາຍສຳພັນເຊື່ອມຕໍ່ລາວ-ຈີນ ທີ່ອົງການ FAO ໄດ້ໃຫ້ການສະໜັບສະໜູນ ໂດຍຜ່ານໂຄງການລິເລີ່ມ Hand in Hand.

.

. # ຂ່າວ – ພາບ : ຊິລິການດາ

error: Content is protected !!