ສົ່ງເສີມການຮ່ວມມືພັດທະນາບຸຄະລາກອນ-ກິດຈະກຳການສຶກສາ

    ພິທີລົງນາມວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພຽນຈະເລີນ (ວພລ) ຈັດຂຶ້ນວັນທີ 15 ມັງກອນ 2022  ຢູ່ ເມືອງປາກຊັນ ແຂວງບໍລິຄໍາໄຊ ລະຫວ່າງທ່ານ ບຸນຜັນ ຕົ້ນແພງ ຄະນະບໍດີ ຄະນະວິທະຍາສາດທຳມະຊາດ ແລະ ທ່ານ ຄຳປຸ່ນ ລັດຕະນະເດດ ຕາງໜ້າວິທະຍາໄລພຽນຈະເລີນ ເຊິ່ງມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ໃນສັນຍາດັ່ງກ່າວ ສອງຝ່າຍຈະໄດ້ຮ່ວມມືທາງດ້ານວິຊາການ ເຊັ່ນ: ສົ່ງເສີມ ແລະ ສະໜັບສະໜູນການພັດທະນາບຸຄະລາກອນ ລວມທັງຫຼັກສູດການສິດສອນ ແລະ ກິດຈະກຳການສຶກສາ ໃນນັ້ນ ຝ່າຍຄະນະວິທະຍາສາດທໍາມະຊາດ ຈະປະເມີນຫຼັກສູດການສຶກສາລະດັບຊັ້ນສູງ (ອະນຸປະລິນຍາ) ສາຂາວິຊາຄອມພິວເຕີ-ເຕັກໂນໂລຢີຂໍ້ມູນຂ່າວສານ (ຄອມພິວເຕີ-ໄອທີ) ຂອງວິທະຍາໄລພຽນຈະເລີນ ທີ່ໄດ້ຮັບອະນຸມັດນຳໃຊ້ຈາກກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ  ເພື່ອສາມາດເຊື່ອມຕໍ່ກັບຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາວິທະຍາສາດຄອມພິວເຕີ ຂອງພາກວິຊາວິທະຍາສາດຄອມພິວເຕີ ສົມທົບກັບ ວພລ ລົງສໍາຫຼວດ ແລະ ວິເຄາະຄວາມຕ້ອງການຂອງຕະຫຼາດແຮງງານ ກ່ອນການປະເມີນຫຼັກສູດສ້າງ ປັບປຸງແຜນການສອນ ຕຳລາສອນ ຫຼື ຄູ່ມືອື່ນໆທີ່ຈຳເປັນຕໍ່ການຮຽນ-ການສອນ ແລະ ບໍລິຫານວິຊາການຕາມການສະເໜີຂອງ ວພລ ຈັດສັນຄູ-ອາຈານສອນບາງລາຍວິຊາທີ່ຈຳເປັນໃນຫຼັກສູດຂອງ ວພລ (ຮູບແບບອອນລາຍ ຫຼື ເຊິ່ງໜ້າ) ຕາມການສະເໜີຂອງ ວພລ ຈັດສັນຄູ-ອາຈານ ໃຫ້ເປັນທີ່ປຶກສາບົດໂຄງການຈົບຊັ້ນຈຳນວນໜຶ່ງຂອງນັກສຶກສາລະດັບຊັ້ນສູງຂອງ ວພລ ຈັດສັນນັກວິຊາການເປັນຄູເຝີກ ຫຼື ຜູ້ບັນຍາຍ ເພື່ອພັດທະນາວິຊາການຂອງ ວພລ ໃນຫົວຂໍ້ຕ່າງໆ ສົມທົບກັບ ວພລ ໃນການສ້າງຫຼັກສູດໃໝ່ໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານທ້ອງຖິ່ນ ຂົງເຂດພາກກາງ-ໃຕ້ ຫຼື ອ້ອມຂ້າງແຂວງ ແລະ ໃຫ້ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານຕາມການສະເໜີຂອງ ວພລ.

     ສ່ວນຝ່າຍວິທະຍາໄລພຽນຈະເລີນ ແມ່ນແຕ່ງຕັ້ງພະນັກງານ ຄູ-ອາຈານ ເປັນຜູ້ປະສານງານ ແລະ ເຂົ້າຮ່ວມເຮັດວຽກກັບ ຄວທ ເປັນປະຈຳ ຕໍ່ເນື່ອງ ແລະ ຕັ້ງໜ້າວາງແຜນຄວາມຕ້ອງການ ເພື່ອສະເໜີໃຫ້ ຄວທ ໄດ້ພິຈາລະນາ ແລະ ຊ່ວຍເຫຼືອວຽກງານທີ່ລະບຸໄວ້ໃນສັນຍາ ແລະ ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆຕາມໜ້າວຽກທີ່ໄດ້ລະບຸໄວ້ ແລະ ຕາມການເຫັນດີຕົກລົງຂອງທັງສອງຝ່າຍ ຮັບຜິດຊອບການດຳເນີນເອກະສານທາງການວຽກງານທີ່ກ່ຽວຂ້ອງໃຫ້ສໍາເລັດ ເຊິ່ງການຮ່ວມມືສອງຝ່າຍແມ່ນກຳນົດ 5 ປີ ຈຶ່ງຄົບສັນຍາ.

. # ຂ່າວ – ພາບ :  ລັດເວລາ

error: Content is protected !!