ແຕ່ງຕັ້ງຫົວໜ້າກົມສາມັນສຶກສາ ກະຊວງ ສສກ ຜູ້ໃໝ່

    ພີທີມອບ-ຮັບຕໍາແໜ່ງຫົວໜ້າກົມສາມັນສຶກສາ ລະຫວ່າງ ທ່ານ ປອ ນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ (ຜູ້ເກົ່າ) ຮອງລັດຖະມົນຕີ ສສກ ແລະ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ (ຜູ້ໃໝ່) ໃນວັນທີ 17 ມັງກອນ 2022 ທີ່ຫ້ອງປະຊຸມສູນໄອຊີທີ ສສກ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະກົມ ສະຖາບັນ ສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ໄດ້ຜ່ານດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 558/ນຍ ລົງວັນທີ 6 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມສາມັນສຶກສາ ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຮອງຫົວໜ້າກົມ ຂຶ້ນເປັນຫົວໜ້າກົມສາມັນສຶກສາ ແລະ ຜ່ານຂໍ້ຕົກລົງ ສສກ ສະບັບເລກທີ 5691/ສສກ ລົງວັນທີ 15 ທັນວາ 2021 ວ່າດ້ວຍການແຕ່ງຕັ້ງພະນັກງານ ດໍາລົງຕໍາແໜ່ງບໍລິຫານຂອງກົມສາມັນສຶກສາ ແຕ່ງຕັ້ງ ທ່ານ ໄຊຍະເດດ ຊົງມີໄຊ ຫົວໜ້າພະແນກມັດທະຍົມປາຍ ຂຶ້ນເປັນຮອງຫົວໜ້າກົມສາມັນສຶກສາ.

    ໂອກາດດຽວກັນ ທ່ານ ປອ ນາງ ສີສຸກ ວົງວິຈິດ ກໍໄດ້ລາຍງານກ່ຽວກັບການຊີ້ນໍາ ນໍາພາຂອງເລຂາພັກ ຫົວໜ້າກົມ ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາຄະນະພັກ ຄະນະກົມ ໄດ້ມີການຊີ້ນໍາ ນໍາພາບົນພື້ນຖານຫຼັກການຄຸ້ມຄອງດ້ວຍກົດໝາຍ ກົນໄກ ແບບແຜນວິທິເຮັດວຽກຕາມພາລະບົດບາດ ຢ່າງເປັນປົກກະຕິ ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍຖືເອົາການນໍາພາດ້ານການເມືອງນແນວຄິດເປັນຫຼັກດ ແລະ ເປັນວຽກງານໜຶ່ງທີ່ສໍາຄັນ ຄຽງຄູ່ກັນນັ້ນ ຄະນະກົມສາມັນສຶກສາ ໄດ້ຖືເອົາການຊີ້ນໍາວຽກງານວິຊາສະເພາະ ເປັນໜ້າທີ່ໃຈກາງ ແລະ ຕົ້ນຕໍ ແນ່ໃສ່ການຈັດຕັ້ງປະຕິຮູບການສຶກສາສາຍສາມັນໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດ ຕາມລະດັບຄາດໝາຍ. ຕໍ່ກັບຜົນງານການຊີ້ນໍາທີ່ພົ້ນເດັ່ນ ຍັງໄດ້ສະເໜີໃຫ້ຄະນະພັກ, ຄະນະກົມສາມັນສຶກສາ ຊຸດໃໝ່ ນໍາໄປຈັດຕັ້ງ ຜັນຂະຫຍາຍເຂົ້າໃນວຽກງານສາມັນສຶກສາໃນໄລຍະໃໝ່ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

error: Content is protected !!