ບ້ານທ່ານຸ່ນ ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

     ພາຍຫຼັງເປີດບັ້ນດຳເນີນການລົງກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ ຢູ່ບ້ານທ່ານຸ່ນ ເມືອງຫົງສາ ແຂວງໄຊຍະບູລີ ມາເປັນເວລາ 3 ວັນ ແຕ່ວັນທີ 14-16 ມັງກອນ 2022 ຢູ່ຫໍປະຊຸມບ້ານດັ່ງກ່າວ ໄດ້ຈັດກອງປະຊຸມສະຫຼຸບ ປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ ແລະ ເປີດກອງປະຊຸມວຽກງານຮອບດ້ານຂອງບ້ານຂຶ້ນ ໂດຍມີສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານເມືອງຫົງສາ ສະຫາຍ ຊຽງອົ້ນ ພົງສະຫວັດ ເລຂາໜ່ວຍພັກບ້ານ ນາຍບ້ານທ່ານຸ່ນ ພ້ອມດ້ວຍທີມງານລົງກໍ່ສ້າງຮາກຖານຂອງເມືອງ ຄະນະໜ່ວຍພັກບ້ານ ສະຫາຍສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

    ສະຫາຍ ຊຽງອົ້ນ ພົງສະຫວັດ ຜ່ານບົດສະຫຼູບປະເມີນຜົນການກວດກາກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022 ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາບ້ານ ປະຈໍາປີ 2021 ແລະ ວາງທິດທາງແຜນການຕໍ່ໜ້າ ເຊິ່ງບ້ານທ່ານຸ່ນ ຢູ່ຫ່າງຈາກເທດສະບານເມືອງປະມານ 25 ກິໂລແມັດ ມີເນື້ອທີ່ທັງໝົດ 2.860 ເຮັກຕາ ມີ 5 ໜ່ວຍ ມີ 63 ຄອບຄົວ ມີພົນລະເມືອງທັງໝົດ 279 ຄົນ ຍິງ 136 ຄົນ ປະຊາຊົນສ່ວນໃຫຍ່ແມ່ນມີອາຊີບກະສິກຳ (ປູກຝັງ-ລ້ຽງສັດ) ແລະ ບໍລິການຄ້າ-ຂາຍ ປະກອບມີສະມາຊິກພັກທັງໝົດ 16 ສະຫາຍ ຍິງ 3 ສະຫາຍ ປີຜ່ານມາ ຄະນະໜ່ວຍພັກ-ອົງການປົກຄອງບ້ານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆພາຍໃນບ້ານ ໂດຍຈັດຕັ້ງປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດຢ່າງເປັນປົກກະຕິ ສະແດງອອກໃນທົ່ວບ້ານສາມາດສ້າງລາຍຮັບທັງໝົດໄດ້ 3,8 ຕື້ກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນໜຶ່ງໄດ້ 13,9 ລ້ານກວ່າກີບ/ຄົນ/ປີ ເທົ່າກັບ 1.451 ໂດລາສະຫະລັດ/ຄົນ/ປີ ການສ້າງເສດຖະກິດຂອງບ້ານມີທ່າຂະຫາຍຕົວໂດຍພື້ນຖານ ບ້ານມີ 1 ກອງທຶນພັດທະນາ ມີສະມາຊິກທັງໝົດ 121 ຄົນ ມີເງິນຝາກທັງໝົດ 422 ລ້ານກວ່າກີບ.

    ຜ່ານການເກັບກໍາຂໍ້ມູນຕາມດໍາລັດ 348 ຂອງລັດຖະບານ ມີຄອບຄົວທີ່ພົ້ນທຸກ 61 ຄອບຄົວ ເທົ່າກັບ 96,82% ບໍ່ພົ້ນທຸກຍັງ 2 ຄອບຄົວ (ທຽບໃສ່ປີຜ່ານມາຫຼຸດລົງ 2 ຄອບຄົວ) ຄອບຄົວພັດທະນາ ບັນລຸ 51 ຄອບຄົວ ກວມເອົາ 80,95% ບໍ່ບັນລຸ 12 ຄອບຄົວ (ທຽບໃສ່ປີຜ່ານມາຫຼຸດລົງ 8 ຄອບຄົວ) ຕີລາຄາບ້ານພົ້ນທຸກບັນລຸ 100% ຕີລາຄາບ້ານພັດທະນາ ເທົ່າກັບ 97,72% ຕີລາຄາແບ່ງປະເພດໜ່ວຍພັກ ໄດ້ປະເພດແຂງ ເຮັດໃຫ້ໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021.

error: Content is protected !!