ວັນທີ 18 ມັງກອນ 2022 ທະນາຄານພົງສະຫວັນ ຈຳກັດ ໄດ້ນຳກະຕ່າຂອງຂວັນເຂົ້າອວຍພອນໜັງສືພິມວຽງຈັນໃໝ່ ໃນໂອກາດປີໃໝ່ສາກົນ 2022 ນຳໂດຍທ່ານ ດາໄນ ທິບພະຍາການົກ ຫົວໜ້າຝ່າຍການຕະຫຼາດ ແລະ ພັດທະນາທຸລະກິດ ທະນາຄານພົງສະຫວັນ ຈຳກັດ ຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໃຫຍ່ໜັງສືພິມວຽງຈັນໃໝ່.

ການເຂົ້າອວຍພອນຄັ້ງນີ້ ເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ຮັດແໜ້ນການພົວພັນຮ່ວມມືເຊິ່ງກັນ ແລະ ກັນລະຫວ່າງສອງພາກສ່ວນ ໂດຍສະເພາະແມ່ນນຳສະເໜີຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຕ່າງໆຂອງທະນາຄານພົງສະຫວັນ ຈຳກັດ ໃຫ້ສັງສັງຄົມຮັບຮູ້ ແລະ ເຂົ້າໃຈ.

ໂອກາດນີ້ ທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຕາງໜ້າໃຫ້ຄະນະບັນນາທິການ ແລະ ພະນັກງານໜັງສືພິມວຽງຈັນໃໝ່ ສະແດງຄວາມຂອບໃຈມາຍັງທະນາຄານພົງສະຫວັນ ຈຳກັດຄັ້ງນີ້ ພ້ອມທັງອວຍພອນໃຫ້ຜູ້ບໍລິຫານ ແລະ ພະນັກງານທຸກຂັ້ນຈົ່ງມີສຸຂະພາບແຂງແຮງ ສືບຕໍ່ນຳພາດຳເນີນທຸລະກິດປະສົບຜົນສຳເລັດເປັນກ້າວໆ ໜັງສືພິມວຽງຈັນໃໝ່ ພ້ອມທີ່ຈະເປັນກະບອກສຽງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ການເຄື່ອນໄຫວວຽກງານຕ່າງໆຂອງທະນາຄານພົງສະຫວັນ ຈຳກັດ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ມີຊື່ສຽງໄປເລື້ອຍໆ.
.
. # ຂ່າວ – ພາບ : ອົ່ນ ໄຟສົມທອງ