ພິທີມອບ-ຮັບ ແບບຈໍາລອງການໃຫ້ຄະແນນສິນເຊື່ອບຸກຄົນ ລະຫວ່າງ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ (ຂສລ) ແລະ ກຸ່ມບໍລິສັດເອໄອເອັຟ ກຣຸບ ຈັດຂຶ້ນວັນທີ 14 ມັງກອນ 2022 ຜ່້ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽຈັນ.

ໃນພິທີ ທ່ານ ນາງ ວິນຄໍາ ລຸນທອນ ຜູ້ອໍານວຍການໃຫຍ່ບໍລິສັດ ຂສລ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຊ່ວຍເຫຼືອທາງດ້ານວິຊາການ ແລະ ການເຮັດວຽກຮ່ວມກັນລະຫວ່າງບໍລິສັດ ຂສລ ແລະ ບໍລິສັດ ບີເອສເຄລົງທຶນ ແລະ ການບໍລິການ ຈໍາກັດຜູ້ດຽວ (ກຸ່ມບໍລິສັດເອໄອເອັຟ ກຣຸບ) ເພື່ອສ້າງແບບຈໍາລອງການໃຫ້ຄະແນນສິນເຊື່ອບຸກຄົນວ່າ: ພາຍຫຼັງໄດ້ຮັບທິດຊີ້ນໍາເພື່ອຮັບເອົາການຊ່ວຍເຫຼືອດ້ານວິຊາການຈາກບໍລິສັດ ບີເອສເຄລົງທຶນ ແລະ ການບໍລິການ ຈໍາກັດຜູ້ດຽວ ໃນການຄົ້ນຄວ້າແບບຈໍາລອງໃຫ້ຄະແນນສິນເຊື່ອບຸກຄົນ ໂດຍໄດ້ມີການລົງນາມຮ່ວມກັນໃນເດືອນມີນາ 2021 ອີງຕາມບົດບັນທຶກຄວາມເຂົ້າໃຈ ແລະ ໜ້າວຽກທີ່ໄດ້ກໍານົດຮ່ວມກັນທັງສອງພາກສ່ວນ ແລະ ໄດ້ຮ່ວມກັນກົມກຽວປະຕິບັດສໍາເລັດໃນ 4 ໜ້າວຽກຄື: ການສ້າງຜະລິດຕະພັນຕົວຢ່າງສໍາລັບບຸກຄົນ ການສ້າງຄະແນນ ເລືອກຕົວແປ ແລະ ການໃຫ້ຄະແນນ ເຊິ່ງຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຄະນະຮັບຜິດຊອບ ລະຫວ່າງບໍລິສັດທັງສອງທີ່ໄດ້ເຮັດວຽກປຶກສາຫາລື ແລະ ຄົ້ນຄວ້າຮ່ວມກັນ ມາຮອດປັດຈຸບັນຖືວ່າມີຄວາມຄືບໜ້າ ແລະ ມີຜົນສໍາເລັດຂັ້ນພື້ນຖານ ໃນການພັດທະນາຕົວຊີ້ວັດສໍາລັບບຸກຄົນ ເຊິ່ງຮູບແບບນີ້ ເປັນຮູບແບບການໃຫ້ຄະແນນສິນເຊື່ອແບບປະສົມ “ອີງຕາມຊ່ຽວຊານ ແລະ ສະຖິຕິ” ຕາມຂໍ້ມູນທີ່ມີຕົວຈິງໃນລະບົບຖານຂໍ້ມູນຂ່າວສານສິນເຊື່ອ ສາມາດກໍານົດຕົວຊີ້ວັດ 13 ຕົວທີ່ສາມາດໃຊ້ເພື່ອຄິດໄລ່ການໃຫ້ຄະແນນສິນເຊື່ອບຸກຄົນ ຖືໄດ້ວ່າເປັນຜົນສໍາເລັດຢ່າງຈົບງາມໃນບ້ວງຂອງການຊ່ວຍເຫຼືອມູນຄ່າ 100.000 ໂດລາສະຫາລັດ.

ສະນັ້ນ ເພື່ອເປັນການຢັ້ງຢືນເຖິງຜົນສໍາເລັດທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດມາຮອດປັດຈຸບັນ ຈຶ່ງໄດ້ຈັດພິທີມອບ-ຮັບໂຄງການຂຶ້ນຢ່າງເປັນທາງການ ພ້ອມນັ້ນ ຄະນະພັກ ກໍຄືຄະນະຜູ້ວ່າທະນາຄານແຫ່ງ ສປປ ລາວ ຈຶ່ງເຫັນດີໃຫ້ການຍ້ອງຍໍຊົມເຊີຍ ແລະ ມອບໃບຍ້ອງຍໍໃຫ້ແກ່ບໍລິສັດບີເອສເຄລົງທຶນ ແລະ ການບໍລິການ ຈໍາກັດຜູ້ດຽວ ເພື່ອເປັນການຢັ້ງຢືນຜົນງານ ແລະ ຈາລຶກບຸນຄຸນງາມຄວາມດີໃຫ້ແກ່ບໍລິສັດ ທີ່ມີຜົນງານຕໍ່ການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານສິນເຊື່ອ ເວົ້າລວມ ເວົ້າສະເພາະກໍຄືການປະກອບສ່ວນເຂົ້າໃນການຄົ້ນຄວ້າສ້າງແບບຈໍາລອງໃຫ້ຄະແນນສິນເຊື່ອບຸກຄົນຂອງ ສປປ ລາວ.

# ຂ່າວ ພາບ : ຂັນທະວີ