ຫຼັກຊັບລາວ-ຈີນ ຈຳກັດ ເປັນບໍລິສັດທໍາອິດທີ່ສາມາດດຳເນີນທຸລະກິດໄດ້ 6 ປະເພດ

    ພິທີມອບ-ຮັບ ໃບອະນຸຍາດດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຈັດຂຶ້ນວັນທີ 14 ມັງກອນ 2022 ຜ່ານມາ ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໂດຍກ່າວມອບຂອງທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ກ່າວຮັບໂດຍ ທ່ານ ລິນລີ ຜູ້ອໍານວຍການບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ມີພະນັກງານກ່ຽວຂ້ອງຈາກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ບໍລິສັດ ຫຼັກຊັບ ທຄຕລ-ກລ ຈຳກັດ ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ ເຂົ້າຮ່ວມ.

    ການມອບ-ຮັບໃບອະນຸຍາດດໍາເນີນທຸລະກິດສະບັບໃໝ່ ໃຫ້ແກ່ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຖືເປັນຈຸດໝາຍອັນສຳຄັນໃນການເພີ່ມທະວີການຂະຫຍາຍຕົວຂອງວຽກງານຫຼັກຊັບ ເວົ້າລວມ ເວົ້າສະເພາະກໍຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນລາວໃນອະນາຄົດ ພ້ອມນັ້ນ ຍັງເປັນການປ່ຽນແທນໃບອະນຸຍາດດໍາເນີນທຸລະກິດສະບັບເດີມ ໂດຍອີງຕາມກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເລກທີ 79/ສພຊ ລົງວັນທີ 3 ທັນວາ 2019 ທີ່ໄດ້ກໍານົດເພີ່ມຕື່ມກ່ຽວກັບຂອບເຂດການດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ.

    ການມອບຮັບໃບອະນຸຍາດດັ່ງກ່າວໃນຄັ້ງນີ້ ເຮັດໃຫ້ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ກາຍເປັນບໍລິສັດຫຼັກຊັບໃນ ສປປ ລາວ ແຫ່ງທຳອິດທີ່ສາມາດດຳເນີນທຸລະກິດໄດ້ 6 ປະເພດຕາມການກຳນົດຂອງຄະນະກຳມະການຄຸ້ມຄອງຫຼັກຊັບຄື:  ທີ່ປຶກສາທາງດ້ານການເງິນ ທີ່ປຶກສາດ້ານການລົງທຶນກ່ຽວກັບຫຼັກຊັບນາຍໜ້າ ຊື້-ຂາຍຫຼັກຊັບ ຕາມການສັ່ງຊື້ ຫຼື ສັ່ງຂາຍຂອງຜູ້ລົງທຶນ ຄ້າຫຼັກຊັບໃນນາມບໍລິສັດຫຼັກຊັບ ຄໍ້າປະກັນການອອກຈຳໜ່າຍຫຼັກຊັບ ແລະ ບໍລິຫານກອງທຶນສ່ວນບຸກຄົນ ເຊິ່ງເປັນໜໍ່ແໜງໃນການໃຫ້ບໍລິການໃໝ່ ກໍຄືການໃຫ້ບໍລິການທີ່ປຶກສາດ້ານການລົງທຶນກ່ຽວກັບຫຼັກຊັບ ແລະ ການສ້າງຜະລິດຕະພັນໃໝ່ ກໍຄືກອງທຶນສ່ວນບຸກຄົນໃນຂະແໜງການຕະຫຼາດທຶນລາວ.

        # ຂ່າວ & ພາບ : ຂັນທະວີ

error: Content is protected !!