ມື້ນີ້ກວດພົບເຊື້ອໂຄວິດ-19 ໃໝ່ 602 ຄົນ ເສຍຊີວິດ 2 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 17 ມັງ ກອນ 2022 ວ່າ:ວັນທີ 16 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.272 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 602 ຄົນ (ຕິດເຊື້ອພາຍໃນ 597 ຄົນ ແລະ ນໍາເຂົ້າ 05 ຄົນ).

    ສໍາລັບການຕິດເຊືື້ອພາຍໃນໃໝ່ທັງໝົດ 597 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີດັ່ງນີ້: ນະຄອນຫຼວງ 129  ຄົນ ໄຊຍະບູລີ 119 ຄົນ ບໍລິຄຳໄຊ 77 ຄົນ ວຽງຈັນ 50 ຄົນ ຊຽງຂວາງ 37 ຄົນ ອັດຕະປື 29 ຄົນ ສາລະວັນ 26 ຄົນ ຄຳມ່ວນ 23 ຄົນ ອຸດົມໄຊ 21 ຄົນ ຫຼວງພະບາງ 16 ຄົນ ຫຼວງນ້ຳທາ 14 ຄົນ ຜົ້ງສາລີ 13 ຄົນ ຈຳປາສັກ 10 ຄົນ ເຊກອງ 8 ຄົນ ບໍ່ແກ້ວ 8 ຄົນ ໄຊສົມບູນ 7 ຄົນ ສະຫວັນນະເຂດ 6 ຄົນ ຫົວພັນ 4 ຄົນ ການຕິດເຊື້ອນໍາເຂົ້າ ມີ 5 ຄົນ ຈາກນະຄອນຫຼວງ 2 ຄົນ ບໍລິຄຳໄຊ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມໃນ ສປປ ລາວ ທັງໝົດ 125.333 ກໍລະນີ ອອກໂຮງໝໍວັນທີ 16 ມັງກອນ 2022 ຈໍານວນ 665 ຄົນ ກຳລັງປິ່ນປົວ 8.154 ຄົນ ແລະ ເສຍຊີວິດສະສົມທັງໝົດ 497 ຄົນ (ເສຍຊີວິດໃໝ່ 2 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກນະຄອນຫຼວງ.

    ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອໂຄວິດ-19 ທົ່ວປະເທດ ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍຍັງມີບໍລິການກວດເຄື່ອນທີ່ໃນຈຸດ ຫຼື ບ້ານທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.

     ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້: ຈຸດກວດຄົງທີ່ສະໜາມກີລາໃນຮົ່ມບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ໜ່ວຍກວດເຄື່ອນທີ່ ສຳລັບເມືອງໄຊທານີ ສີສັດຕະນາກ ສີໂຄດຕະບອງ ມີເມືອງລະ 1 ທີມ ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນ ມີຄື: ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ) ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັມກະຕຸ້ນ (ເຂັມ 3) ຜູ້ສູງອາຍຸ ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາຕົວ ສາມາດໄປຮັບການບໍລິການ ໄດ້ທີ່ວັດຈີນ ດົງປາແຫຼບ (ວັນຈັນ-​ສຸກ) ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ) ໂຮງໝໍສູນກາງໂຮງໝໍເມືອງ 9 ຕົວເມືອງ ສ່ວນຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້

        # ຂ່າວ & ພາບ : ສີພອນ

error: Content is protected !!