ເຝິກອົບຮົມສ້າງເພື່ອນຮ່ວມງານວາລະສານນະຄອນຫຼວງ ຜ່ານຮູບແບບທາງໄກ

    ວາລະສານ ນະຄອນຫຼວງວຽງຈັນ (ນວ) ເປັນກະບອກສຽງຂອງຄະນະພັກ ອົງການປົກຄອງ ນວ ທັງເປັນສື່ສິ່ງພິມໜຶ່ງທີ່ເຮັດໜ້າທີ່ການເມືອງໃນການສຶກສາອົບຮົມການເມືອງ-ແນວຄິດໃນທາງກວ້າງໃຫ້ແກ່ມວນຊົນທຸກຊັ້ນຄົນ ແລະ ທຸກສາຂາອາຊີບທີ່ຢູ່ພື້ນທີ່ ນວ ໄດ້ຮັບຮູ້ແນວທາງ ແຜນນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດທີ່ວາງອອກໃນແຕ່ລະໄລຍະຢ່າງທັນການ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄປໃນລວງດຽວຢ່າງເປັນເອກະພາບ ເຊິ່ງວາລະສານ ນວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ມາຮອດປັດຈຸບັນ ໄດ້ 10 ປີພໍດີ.

    ວັນທີ 17-19 ມັງກອນ 2022 ຄະນະໂຄສະນາອົບຮົມ ນວ ຈັດເຝິກອົບຮົມສ້າງເພື່ອນຮ່ວມງານວາລະ ສານ ນວ ຜ່ານຮູບແບບທາງໄກຂຶ້ນ ໂດຍເປັນປະທານຂອງທ່ານ ສົມເພັດ ອິນທິສາລາດ ຮອງຫົວໜ້າໂຄສະນາອົບຮົມ ນວ ມີສໍາມະນາກອນຈາກຄະນະໂຄສະນາອົບຮົມ 9 ຕົວເມືອງ ພະແນກການ ອົງການທຽບເທົ່າ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມ ນວ ເຂົ້າຮ່ວມ.

        ທ່ານ ສົມເພັດ ອິນທິສາລາດ ກ່າວວ່າ: ເພື່ອແນໃສຊຸກຍູ້-ສົ່ງເສີມໃຫ້ວຽກງານໂຄສະນາຖະແຫຼງຂ່າວ ກໍຄືວຽກສື່ສິ່ງພິມໃຫ້ມີການຂະຫຍາຍຕົວ ແລະ ທັງກາຍເປັນອາວຸດທີ່ແຫຼມຄົມຂອງພັກ-ລັດ ປັດຈຸບັນມັນໄດ້ຮຽກຮ້ອງໃຫ້ຊາວ ນວ ຕ້ອງໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ມີມູນຄວາມຈິງ ວ່ອງໄວ ທັນການ ສະນັ້ນ ການສະໜອງຂໍ້ມູນຂ່າວສານຢູ່ນຳພະແນກການອ້ອມຂ້າງ ແລະ ເມືອງ ໃຫ້ແກ່ວາລະສານ ນວ ກໍມີຄວາມຈຳເປັນຢ່າງຍິ່ງ ທັງໃຫ້ມີຫຼາກຫຼາຍເນື້ອໃນ-ຫຼາຍສີສັນ ຈາກຫຼາຍໆພາກສ່ວນໃນແຕ່ລະສະບັບໃຫ້ສັງຄົມ-ຊັ້ນຄົນໄດ້ຮັບຮູ້ທັນສະພາບການ ແລະ ທັນເວລາຂອງເຫດການທີ່ເກີດຂຶ້ນໃນແຕ່ລະໄລຍະ. ຊຸດເຝິກອົບຮົມຄັ້ງນີ້ຖືວ່າເປັນຊຸດທຳອິດທີ່ວາລະສານ ນວ ໄດ້ຈັດຂຶ້ນ ເຊິ່ງມີໄລຍະເວລາສັ້ນ ແລະ ຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເນື້ອໃນຂອງການເຝິກອົບຮົມ ປະກອບມີ ວຽກງານໂຄສະນາອົບຮົມໄລຍະໃໝ່ ສື່ມວນຊົນລາວກ້າວສູ່ຄຸນນະພາບໃໝ່ ແລະ ເຊື່ອມໂຍງສາກົນ ເຕັກນິກ ຂັ້ນຕອນ ແລະ ວິທີການນໍາໃຊ້ກ້ອງຖ່າຍຮູບ ການເກັບກໍາຂໍ້ມູນ ວິທີການສໍາພາດ ແລະ ສ້າງຕາໜ່າງຂ່າວການຂຽນຂ່າວສື່ສິ່ງພິມ-ສື່ເອເລັກໂຕຣນິກ ການຂຽນບົດສະເໜີ ບົດຂ່າວສານ ແລະ ບົດຄວາມ.

        # ຂ່າວ & ພາບ : ຂັນທະວີ

error: Content is protected !!