ຟ້າໃຫຍ່ ມີເດຍ ກຽມເຂົ້າຕະຫຼາດຫຼັກຊັບ ແລະ ມີແຜນເຮັດທຸລະກິດ 3 ພາກສ່ວນ

    ຟ້າໃຫຍ່ ມີເດຍ ຫຼື ບໍລິສັດ BigBlue Agency Laos ມີແຜນກະກຽມເຂົ້າຕະຫຼາດຫຼັກຊັບລາວ ປີ 2022-2023 ໂດຍໄລຍະນີ້ ແມ່ນຢູ່ໃນລະຫວ່າງການຈັດການເລື່ອງລະບົບພາຍໃນອົງກອນ ເພື່ອຄວາມໂປ່ງໃສ ສາມາດກວດສອບໄດ້ ບໍລິສັດ BigBlue Agency Laos ເປັນບໍລິສັດຖືຫຸ້ນສອງສັນຊາດ ໂດຍຜູ້ຖືຫຸ້ນຄົນລາວ 65% ແລະ ຜູ້ຖືຫຸ້ນຄົນໄທ 35% ມີທຸລະກິດຫຼັກຄື: ສື່ນອກບ້ານ (Out of Home) ແລະ ການໃຫ້ບໍລິການດ້ານການສື່ສານ ການຕະຫຼາດແບບຄົບວົງຈອນ ເຊິ່ງລູກຄ້າຈະມີທັງເປັນບໍລິສັດໃຫຍ່ຂອງຕ່າງປະເທດ ແລະ ບໍລິສັດຂອງ ສປປ ລາວ ໄລຍະຜ່ານມາ ບໍລິສັດ BigBlue Agency Laos ດໍາເນີນເນີນທຸລະກິດມາເປັນເວລາຍາວນານ ແລະ ມີກໍາໄລຢ່າງຕໍ່ເນື່ອງ.

    ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ BigBlue Agency Laos ກ່າວໃນໂອກາດພົບປະກັບສື່ມວນຊົນຂະແໜງການຕ່າງໆ ວັນທີ 13 ມັງກອນ 2022 ວ່າ: ພວກເຮົາຮູ້ສຶກພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງໃນຄວາມປະສົບຜົນສໍາເລັດຂອງລູກຄ້າຫຼາຍໆເຈົ້າ ທີ່ມາເຮັດທຸລະກິດໃນ ສປປ ລາວ ພວກເຮົາມີທີມງານທີ່ແຂງແຮງ ແລະ ມີຄວາມສາມາດທີ່ຈະດູແລເບິ່ງແຍງລູກຄ້າໃຫ້ປະສົບຜົນສໍາເລັດຕາມທີ່ລູກຄ້າຕ້ອງການ ບໍລິສັດ BigBlue Agency Laos ສ້າງຕັ້ງມາ ປີນີ້ເປັນປີທີ 16 ພວກເຮົາຫວັງວ່າປະສົບການທີ່ສະສົມມາເປັນເວລາຍາວນານ ຈະສາມາດຕອບສະໜອງລູກຄ້າໄດ້ບໍ່ໜ້ອຍກໍຫຼາຍ ໃນອະນາຄົດ ພວກເຮົາຍັງມີແຜນເຮັດທຸລະກິດເປັນ 3 ພາກສ່ວນ ຄື: ເລັ່ງບໍລິຫານຖານລູກຄ້າໃໝ່ ເພີ່ມຖານລູກຄ້າ ແລະ ຮັກສາຖານລູກຄ້າເກົ່າໃຫ້ດີ ແຕກທຸລະກິດໃໝ່ດ້ານສິ່ງແວດລ້ອມ ໂດຍຊື້ແຟນຊາຍວົງພານິດ ມາຕັ້ງໃນນາມບໍລິສັດວົງພານິດລາວ ແລະ ຮ່ວມເຮັດທຸລະກິດໃໝ່ດ້ານແອັບພລີເຄຊັນ ໂດຍຈະເປີດນໍາໃຊ້ພາຍໃນປີ 2022.

    ຈາກການວາງແຜນ ປີ 2022 ເມື່ອສະຖານະການຕ່າງໆກັບມາສູ່ປົກກະຕິ ບໍລິສັດພວກເຮົາຈະມີຍອດຂາຍຕາມເປົ້າໝາຍທີ່ວາງໄວ້ ແລະ ມີການຈັດລະບົບຫຼັງບ້ານຫຼາຍຢ່າງ ເພື່ອກຽມຕົວນໍາບໍລິສັດເຂົ້າຕະຫຼາດຫຼັກຊັບລາວຕາມການຄາດການໄວ້ ນອກຈາກແຜນການຕະຫຼາດ ແລະ ການຈັດສັນຫຼັງບ້ານແລ້ວ ພວກເຮົາຍັງເນັ້ນການເຮັດ CSR ເພີ່ມຂຶ້ນ ເພື່ອເປັນການຄືນລາຍໄດ້ແກ່ສັງຄົມແບບຍືນຍົງ ເຊິ່ງໄລຍະຜ່ານມາ ພວກເຮົາໄດ້ດໍາເນີນກິດຈະກໍາຢ່າງຕໍ່ເນື່ອງ ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການຈັດການບາງຢ່າງຕ້ອງປ່ຽນແປງໄປ ພວກເຮົາເນັ້ນເລື່ອງຄວາມຍືນຍົງຂອງທຸລະກິດ ແລະ ການຄືນກໍາໄລສູ່ສັງຄົມແບບຍືນຍົງ ເຊິ່ງປີ 2022 ຈະມີຂໍ້ມູນ ແລະ ສິ່ງດີໆມາໃຫ້ທຸກຄົນຢ່າງຕໍ່ເນື່ອງ. 

. # ຂ່າວ – ພາບ :  ສະບາໄພ 

error: Content is protected !!