ເນັ້ນໃຫ້ຂະແໜງສ່ວຍສາອາກອນເອົາໃຈໃສ່ຫຼາຍບັນຫາເພື່ອອັດຊ່ອງຫວ່າງການຮົ່ວໄຫຼ

    ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນ ປະຈຳປີ 2021 ແລະ ທິດທາງປະຈຳປີ 2022 ໄດ້ດໍາເນີນມາແຕ່ວັນທີ 11 ມັງກອນ ແລະ ໄດ້ອັດລົງວັນທີ 12 ມັງກອນ 2022 ທີ່ຫໍປະຊຸມແຫ່ງຊາດ ເຊິ່ງກອງປະຊຸມໄດ້ເປັນເອກະພາບຕໍ່ຕົວເລກແຜນລາຍຮັບຂອງຂະແໜງສ່ວຍສາອາກອນປະຈໍາປີ 2022 ທັງໝົດ 19.822,00 ຕື້ກີບ ໃນນັ້ນ ເປັນລາຍຮັບສ່ວຍສາອາກອນ 14.423 ຕື້ກີບ ລາຍຮັບຂອງຂະແໜງຊັບສິນຈຳນວນ 3.887 ຕື້ກີບ ແລະ ລາຍຮັບວິສາຫະກິດລັດລົງທຶນ 1.512 ຕື້ກີບ ພ້ອມທັງກໍານົດວຽກງານຈຸດສຸມ ເປັນຕົ້ນ ວຽກງານປັບປຸງລະບົບການຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບ ການຫັນຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມ ວຽກງານການຄຸ້ມຄອງໃບເກັບເງິນ ການຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ສິນຄ້າເຄື່ອງຂອງຂອງຫົວໜ່ວຍທຸລະກິດນໍາເຂົ້າສົ່ງອອກ ການຄຸ້ມຄອງຈັດເກັບຄ່າທຳນຽມທາງ-ພາສີທີ່ດິນ ແລະ ວຽກອື່ນໆ. 

    ໃນທີ່ປະຊຸມ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານໄດ້ເນັ້ນໃຫ້ຂະແໜງສ່ວຍສາອາກອນໃນທົ່ວຂອບເຂດປະເທດ ຕ້ອງສ້າງທ່າຫັນປ່ຽນສູ່ອັນໃໝ່ຢ່າງຕັ້ງໜ້າຢ່າງເຂັ້ມແຂງຮອບດ້ານ ແກ້ການຮົ່ວໄຫຼຂອງລາຍຮັບງົບປະມານທຸກຮູບແບບຢ່າງເຂັ້ມງວດ ຕ້ອງກ້າຕັດສິນໃຈ ຍົກບັນຫານໍາສະເໜີ ສຸມໃສ່ແກ້ບັນຫາຕາມຄໍາສັ່ງເລກທີ 18/ນຍ ຄົ້ນຄວ້າສ້າງກົນໄກການຈັດຕັ້ງປະຕິບັດໃນການເສຍຄ່າທໍານຽມທາງໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈຢ່າງເຖິງຖອງ ສົມທົບກັບ ປກສ ແລະ ກົມຄຸ້ມຄອງພາຫະນະ ໃນການຄຸ້ມຄອງກວດກາຢ່າງເຂັ້ມງວດ ເພື່ອໃຫ້ມີທ່າຫັນປ່ຽນໃໝ່ໃຫ້ມີປະສິດທິພາບທີ່ດີຂຶ້ນ ໃຫ້ເຈົ້າໜ້າທີ່ລົງກວດກາການຖືບັນຊີອາກອນທີ່ບໍ່ຖືກຕ້ອງຂອງຫົວໜ່ວຍທຸລະກິດແຕ່ລະຂັ້ນ ບັນຫາການຕິດຕາມການນໍາເຂົ້ານໍ້າມັນ ແລະ ເຄື່ອງຂອງ ສ້າງແຜນດໍາເນີນງານ ປຶກສາຫາລື ເຮັດວຽກແຕ່ຫົວທີ ມີຄວາມຮັບຮູ້ ກໍາໄດ້ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດຕາມນິຕິກໍາທີ່ກໍານົດອອກແຕ່ລະໄລຍະ ສ້າງບາດລ້ຽວບຸກທະລຸທາງດ້ານລະບຽບການ ຫັນການຈັດຕັ້ງປະຕິບັດວຽກງານໃຫ້ເປັນທັນສະໄໝຫຼາຍຂຶ້ນ ສ້າງສິ່ງຈູງໃຈໃຫ້ຫົວໜ່ວຍທຸລະກິດໃຫ້ມີຄວາມເຊື່ອໝັ້ນໃນການນໍາໃຊ້ລະບົບໂດຍຕ້ອງມີກົນໄກຄົບຊຸດ ຫັນເອົາຫົວໜ່ວຍທັງໝົດເຂົ້າໃນການຄຸ້ມຄອງອາກອນໃຫ້ໄດ້ທັງໝົດ ແລະ ເສີມຂະຫຍາຍຖານລາຍຮັບອາກອນໃຫ້ເພີ່ມຂຶ້ນຕາມທີ່ໄດ້ມີການປັບປຸງລະບຽບກົດໝາຍໃໝ່ ແລະ ກົນໄກການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບການຕົວຈິງ.

. # ຂ່າວ – ພາບ :  ຂັນທະວີ 

error: Content is protected !!